ອີຣັກ ສ້າງແຜນການສ້າງສາປະເທດຄືນໃໝ່

(VOVWORLD) - ຈາກບັນດາໝາກຜົນທີ່ບັນລຸໄດ້ຢູ່ກອງປະຊຸມສາກົນກ່ຽວກັບການສ້າງສາ ອີຣັກ ຄືນໃໝ່ (KICRI) ຫາກໍ່ດຳເນີນໄປຢູ່ ຄູເວດ,
ອີຣັກ ສ້າງແຜນການສ້າງສາປະເທດຄືນໃໝ່ - ảnh 1ທ່ານນາຍົກລັດຖະມົນຕີ ອີຣັກ Haider al – Abadi  (ພາບ: AP )

ວັນທີ 15 ກຸມພາ, ທ່ານນາຍົກລັດຖະມົນຕີ ອີຣັກ Haider al – Abadi ໄດ້ປະກາດແຜນການຊຸກຍູ້ບັນດາການເຈລະຈາກັບວິສາຫະກິດຫລາຍແຫ່ງໃນໂລກໃນເດືອນ ມີນາ ຈະມາເຖິງ ໃນຄວາມມານະພະຍາຍາມດຶງດູດການລົງທຶນຮັບໃຊ້ວຽກງານສ້າງສາປະເທດຄືນໃໝ່. ກ່າວຄຳເຫັນຕໍ່ວົງການນັກຂ່າວ ພາຍຫລັງກອງປະຊຸມຄະນະລັດຖະບານ, ທ່ານ Abadi ໃຫ້ຮູ້ວ່າ: 2 ,3 ວັນຈະມາເຖິງ ລັດຖະບານປະເທດນີ້ ຈະໂຮມປະຊຸມກັບເອກອັກຄະລັດຖະທູດບັນດາປະເທດ ພ້ອມກັບຜູ້ຕາງໜ້າບັນດາອົງການການເງິນໄດ້ເຂົ້າຮ່ວມ KICRI ກ່ອນທີ່ຊຸກຍູ້ບັນດາການເຈລະຈາກັບບັນດາວິສາຫະກິດທ້ອງຖິ່ນ ແລະ ຕ່າງປະເທດ ເພື່ອບັນລຸໄດ້ຂໍ້ຕົກລົງການຮ່ວມມືລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ