ອີຣານ ກ່າວເຕືອນ ການແຊກແຊງຂອງຕ່າງປະເທດ ເຂົ້າ ຊີຣີ
ລັດຖະມົນຕີກະຊວງປ້ອງກັນປະເທດ ອີຣານ ທ່ານ Ahmad Vahidi
(vovworld) – ວັນທີ 5/8, ອີຣານ ກ່າວເຕືອນການແຊກແຊງຂອງຕ່າງປະເທດເຂົ້າ ຊີຣີ. ທ່ານປະທານສະພາແຫ່ງຊາດ ອີຣານ Ali Larijana ກ່າວປະນາມ ອາເມລິກາ ແລະ ບັນດາປະເທດໃນພາກພື້ນ ໄດ້ໜູນຊ່ວຍດ້ານການທະຫານໃຫ້ແກ່ກຳລັງຕ້ານອຳນາດການປົກຄອງຂອງທ່ານປະທານາທິບໍດີ ຊີຣີ Bashar Al Assad. ກ່ອນໜ້ານັ້ນ, ລັດຖະມົນຕີກະຊວງປ້ອງກັນປະເທດ ອີຣານ ທ່ານ Ahmad Vahidi ກໍໄດ້ກ່າວເຕືອນກ່ຽວກັບການແຊກແຊງດ້ານການທະຫານຂອງບັນດາກຳລັງຕ່າງປະເທດເຂົ້າ ຊີຣີ. ທ່ານ Vahidi ກໍເນັ້ນໜັກວ່າ: ອີຣານ ບໍ່ຜັນຂະຫຍາຍທະຫານຢູ່ ຊີຣີ ແລະ ລັດຖະບານ ຊີຣີ ກໍບໍ່ສະເໜີຂໍການຊ່ວຍເຫຼືອຈາກ ອີຣານ.