(vovworld) – ອີຣານ ແລະ ກຸ່ມປະຕິບັດງານຂອງອົງການພະລັງງານມະລະມານູສາກົນ (IAEA) ພວມມີໜ້າຢູ່ ເຕເຮຣານ ໄດ້ມີການພົບປະແລກປ່ຽນມີລັກສະນະສ້າງສັນເພື່ອແນໃສ່ຊອກຫາວິທີການແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງທີ່ກ່ຽວຂ້ອງເຖິງໂຄງການພັດທະນາຂອງປະເທດ ສ. ອິດສະລາມ ນີ້. ກ່າວຄຳເຫັນໃນວັນທີ 9/10 ຕໍ່ໜ້າວົງການນັກຂ່າວຢູ່ ເຕເຮຣານ, ທ່ານເອກອັກຄະລັດຖະທູດ ອີຣານ ປະຈຳ IAEA Reza Najafi ຊີ້ແຈ້ງວ່າ: ໃນການເຮັດວຽກເປັນເວລາ 3 ວັນຜ່ານມາ, 2 ຝ່າຍໄດ້ເຕື້ອງເຖິງຫຼາຍບັນຫາ, ພິເສດແມ່ນການຜັນຂະຫຍາຍບັນດາມາດຕະການທີ່ບັນລຸໄດ້. ທ່ານຕີລາຄາກ່ຽວກັບເນື້ອໃນການແລກປ່ຽນ, ບັນດາການໂອ້ລົມສົນທະນາມີລັກສະນະສ້າງສັນ ແລະ ກົງໄປກົງມາ. ໃນຂະນະນັ້ນ, ທ່ານ Tero Varjoranta, ຮອງຜູ້ອຳນວຍການໃຫຍ່ IAEA, ນຳໜ້າຄະນະປະຕິບັດງານຂອງອົງການນີ້, ໃຫ້ຮູ້ວ່າ: ການເຮັດວຽກຄັ້ງຕ່າງໆສຸມໃສ່ເຂົ້າໃນ 2 ບາດກ້າວສຸດທ້າຍໃນຈຳນວນ 5 ບາດກ້າວຫັນໂຄງການນິວເຄຼຍຂອງ ອີຣານ ເປັນໂປ່ງໃສ ທີ່ກ່ຽວຂ້ອງເຖິງບັນດາການເຄື່ອນໄຫວການທະຫານຂອງໂຄງການພັດທະນານິວເຄຼຍ.