ກຳລັງປ້ອງກັນຄວາມສະຫງົບ ອີຣັກ
(ພາບ: thethaovanhoa.vn)
(vovworld) - ວັນທີ 30/1, ກຳລັງປ້ອງກັນຄວາມສະຫງົບອີຮັກໄດ້ກູ້ເອົາບັນດາຕົວປະກັນ ເຊິ່ງແມ່ນພະລາກອນພົນລະເຮືອນສັງກັດກະຊວງມະນຸດສະທຳຂອງປະເທດນີ້, ທີ່ຖືກບັນດາມືປືນຈັບຕົວໃນວັນດຽວກັນສຳເລັດຜົນ. 8 ມືປືນໄດ້ບຸກເຂົ້າສຳນັກງານກະຊວງມະນຸດສະທຳຢູ່ນະຄອນຫຼວງແບກແດດ, ຈັບຕົວບັນດາພະລາກອນເຫຼົ່ານັ້ນເປັນຕົວປະກັນ. ພາຍຫຼັງໄດ້ຮັບຂ່າວເຫດການດັ່ງກ່າວ, ກຳລັງປ້ອງກັນຄວາມສະຫງົບ ໄດ້ຜັນຂະຫຍາຍການກູ້ເອົາຕົວປະກັນ, ແລະ ດັບສູນມືປືນທັງໝົດ.