(vovworld) - ຕອນບ່າຍວັນທີ 14/03, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Yoon Dae Hee, ອະດີດລັດຖະມົນຕີປະສານງານດ້ານນະໂຍບາຍຫ້ອງວ່າການລັດຖະບານສ.ເກົາຫຼີ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານຮອງນາຍົກລັຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງການພົວພັນລະຫວ່າງຫວຽດນາມ - ສ.ເກົາຫຼີ ພວມໄດ້ຮັບການພັດທະນາຢ່າງແຮງໃນທຸກຂົງເຂດ ແລະ ໄດ້ນຳມາເຊິ່ງປະສິດທິຜົນຢ່າງແທດຈິ່ງໃຫ້ແກ່ການພັດທະນາລວມຂອງປະຊາຊົນ 2 ປະເທດ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ການລົງທຶນ, ການຄ້າ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ, ປີ 2013 ສອງປະເທດຈະຊຸກຍູ້ການພົວພັນຮ່ວມມືກວ່າອີກ, ພິເສດແມ່ນໃນຂົງເຂດການຄ້າ, ເມື່ອບັນດາວິສາຫະກິດສ.ເກົາຫຼີສືບຕໍ່ລົງທຶນເຂົ້າບັນດາໂຄງການທີ່ມີຂອບຂະໜາດໃຫຍ່ຢູ່ຫວຽດນາມ. ທ່ານ Yoon Dae Hee, ອະດີດລັດຖະມົນຕີປະສານງານດ້ານນະໂຍບາຍຫ້ອງວ່າການລັດຖະບານສ.ເກົາຫຼີ ພວມປຶກສາດ້ານກົດໝາຍ, ແນະນຳບັນດານະໂຍບາຍດ້ານກົດໝາຍໃຫ້ແກ່ວິສາຫະກິດໃຫຍ່ຫຼາຍແຫ່ງຂອງສ.ເກົາຫຼີ ທີ່ພວມດຳເນີນທຸລະກິດຢູ່ຫວຽດນາມ ຢ່າງມີປະສິດທິຜົນ. ທ່ານ Yoon Dae Hee ເນັ້ນໜັກວ່າ ຈະສືບຕໍ່ມານະພະຍາຍາມປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ - ສ.ເກົາຫຼີ ໃຫ້ນັບມື້ນັບພັດທະນາອັນດີງາມ.