ອະນຸພາກພື້ນ ອາຊຽນ ຈັດກອງປະຊຸມກ່ຽວກັບບັນຫາພົນລະພິດໂດຍຄວັນຈາກໄຟໄໝປ່າເກີດຂຶ້ນ

ອະນຸພາກພື້ນ ອາຊຽນ ຈັດກອງປະຊຸມກ່ຽວກັບບັນຫາພົນລະພິດໂດຍຄວັນຈາກໄຟໄໝປ່າເກີດຂຶ້ນ - ảnh 1
ສະພາບຄວັນຈາກໄຟໄໝຢູ່ ມາເລເຊຍ
(ພາບ: Xuân Triển/Vietnam+)

(vovworld) – ວັນ​ທີ 15 – 17/7 ຢູ່ Kuala Lumpur, ມາ​ເລ​ເຊຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 15 ກຸ່ມ​ປະຕິບັດ​ງານ​ເຕັກນິກ ​ແລະ ຄະນະ​ຊີ້​ນຳ​ຂັ້ນ​ລັດຖະມົນຕີ​ອະນຸ​ພາກ​ພື້ນ ອາ​ຊຽນ ກ່ຽວ​ກັບ​ມົນ​ລະ​ພິດ​ຄວັນ​ລະ​ຫວ່າງ​ຊາດ. ບັນດາ​ລັດຖະມົນຕີສິ່ງ​ແວດ​ລ້ອມ​ທີ່​ມາ​ຈາກ: ບຣຸ​ໄນ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ສິງ​ກາ​​ໂປ ​ແລະ ​ໄທ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ, ປຶກສາ​ຫາລື ກ່ຽວ​ກັບ​ບັນດາ​ຄວາມ​ມານະ​ພະຍາຍາມ, ມາດ​ຕະການ​ຮ່ວມ​ມື​ຍຸ​ທະ​ສາດ​​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​​ໂດຍຄວັນຈາກ​ໄຟ​ໄໝ​ປ່າ​ຄື​ປະຈຸ​ບັນ ຢູ່ Riau, ອິນ​ໂດ​ເນ​ເຊຍ ກໍ່​ຂຶ້ນ. ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ສິ່ງ​ແວດ​ລ້ອມ ອິນ​ໂດ​ເນ​ເຊຍ Balthasar Kambuaya, ​ເຊິ່ງ​ແມ່ນສະມາຊິກ​ຜູ້​ດຽວ​ໃນ​ ອາ​ຊຽນ ບໍ່​ທັນ​ໃຫ້​ສັດຕະ​ຍາ​ບັນ​ສັນຍາ ອາ​ຊຽນ ກ່ຽວ​ກັບ​ມົນ​ລະ​ພິດ​ໂດຍ​ຄວັນ​ໄຟ​ກໍ່​ຂຶ້ນ​ລະຫວ່າງ​ປະ​ເທດ​ໃນ​ທ້າຍ​ປີນ​ີ້ ຫຼື ຕົ້ນ​ປີ 2014. ທ່ານ​ເລຂາທິການ​ໃຫຍ່ ​ເລ​ເລືອ​ງມິນ ​ໄດ້​ຊົມ​ເຊີຍ​ຈິດ​ໃຈ​ຮ່ວມ​ມື​ຂອງ ອິນ​ໂດ​ເນ​ເຊຍ, ຖື​ວ່າ ດ້ວຍ​ຜົນງານ​ນີ້ ອາ​ຊຽນ ຈະ​ບັນລຸ​ຂໍ​້ຕົກລົງ​. ທ່ານ​ກໍ່​ຮຽກ​ຮ້ອງ​ສືບ​ຕໍ່ລະມັດລະວັງ​ບໍ່​ໃຫ້​ຄວັນ​ໄຟ​ເກີດ​ຂຶ້ນ​ຄືນ​ໃໝ່ ​ແລະ ຮຽກຮ້ອງ​​ໃຫ້​ມີບັນດາ​ມາ​ດຕະການປັບປຸງ​ລະ​ບົດ​ຕິດຕາມ​ກວດກາ, ຕັກ​ເຕືອນ​ໃຫ້​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງກຽ​ມ​ພ້ອມ​​ບ​ຳລຸງ​ສ້າງ ​ແລະ ຝຶກ​ຝົນ​ຫຼໍ່​ຫຼອມທັກສະ​ໃຫ​້ບັນດາ​​ເຈົ້າ​ໜ້າ​ທີ່​ກໍ່​ຄື​ບັນດາ​ອົງການ​ກ່ຽວຂ້ອງ​​ໃນ​ການສະກັດ​ກັ້ນ​ສະພາບ​ຄວັນຈາກ​ໄຟ​ໄໝ.

 

ຂ່າວ/ບົດ​ອື່ນ