ອະນຸມັດຜ່ານໂຄງການກໍ່ສ້າງໂຄງລ່າງເຕັກນິກເຕັກໂນໂລຊີສູງ

ອະນຸມັດຜ່ານໂຄງການກໍ່ສ້າງໂຄງລ່າງເຕັກນິກເຕັກໂນໂລຊີສູງ - ảnh 1
ພາບປະກອບ

(vovworld) -     ນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ຕົກ​ລົງອະ​ນຸມັດ​ຜ່ານ​ໂຄງການ​ຄົ້ນຄວ້າ, ບຳລຸງ​ສ້າງ ​ແລະ ກໍ່ສ້າງພື້ນຖານ​ໂຄງ​ລ່າງ​​ເຕັກນິກເຕັກ​ໂນ​ໂລ​ຊີ​ສູງ​ ສັງກັດ​ໂຄງການ​ແຫ່ງ​ຊາດ​ກ່ຽວ​ກັບ​ການພັດທະນາ​ເຕັກ​ໂນ​ໂລ​ຊີ​ສູງ​ຮອ​ດປີ 2020. ​ເຊິ່ງຕາມ​ນັ້ນ​ແລ້ວ, ຮອດ​ປີ 2020, ຫວຽດນາມ ກໍ່ສ້າງ ​ແລະ ພັດ​ທະ​ນາ​ຮາກ​ຖານ ​ເຕັກ​ໂນ​ໂລ​ຊີ​ສູງ ປະມານ 40 ​ແຫ່ງ; ຮາກ​ຖານ​ຄົ້ນ​ຄວ້າ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ເຕັກ​ໂນ​ໂລ​ຊີ​ສູງ ບັນລຸ​ລະດັບສາກົນ​ໃນ​ປີ 2020 20 ​ແຫ່ງ; 50 ກຸ່ມ​ຄົ້ນຄວ້າ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ສູງ​ບັນລຸ​ລະດັບ​ກ້າວໜ້າ​​ໃນ​ພາກ​ພື້ນ. ​ໂຄງການ​ໃຫ້​ບຸລິມະສິດ 4 ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ເຊິ່ງລວມມີ: ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ສື່ສານ; ​ເຕັກ​ໂນ​ໂລ​ຊີ​ຊີວະ​ສາດ; ​ເຕັກ​ໂນ​ໂລ​ຊີ​ເອ​ເລກ​ໂຕ​ນິກ ​ແລະ ​ເຕັກ​ໂນ​ໂລ​ຊີຜະລິດວັດ​ສະດຸ​ໃໝ່.

 

ຂ່າວ/ບົດ​ອື່ນ