ອະນຸມັດຜ່ານໂຄງການພັດທະນາການຄ້າເອເລັກໂຕນິກແຫ່ງຊາດໄລຍະ2014-2020
(ພາບປະກອບຈາກ venturebeat.com)
(vovworld) - ນາຍົກລັດຖະມົນຕີຫາກໍ່ເຊັນຂໍ້ຕົກລົງອະນຸມັດຜ່ານໂຄງການພັດທະນາການຄ້າເອເລັກໂຕນິກແຫ່ງຊາດ ໄລຍະ 2014 – 2020. ຈຸດໝາຍລະອຽດຂອງລາຍການກ່ຽວກັບໂຄງລ່າງການຄ້າເອເລັກໂຕນິກແມ່ນກໍ່ສ້າງລະບົບຊຳລະການຄ້າເອເລັກໂຕນິກແຫ່ງຊາດເພື່ອນຳໃຊ້ບັນດາຮູບແບບການຄ້າເອເລັກໂຕນິກຢ່າງກ້ວາງຂວາງ, ພິເສດແມ່ນປະເພດການຄ້າເອເລັກໂຕນິກວິສາຫະກິດ - ຜູ້ອຸປະໂພກ, ບໍລິໂພກ, ບັດຊຳລະໄດ້ຮັບການນຳໃຊ້ຢ່າງກ້ວາງຂວາງເພື່ອຫລຸດຜ່ອນອັດຕານຳໃຊ້ເງິນສົດ. ກ່ຽວກັບສະພາບແວດລ້ອມນຳໃຊ້ການຄ້າເອເລັກໂຕນິກ, ຈຸດໝາຍວາງອອກແມ່ນຊື້ - ຂາຍຜ່ານເຄືອຂ່າຍອິນເຕີເນັດກາຍເປັນຮູບແບບຊື້ເຄື່ອງຂອງທົ່ວໄປຜູ້ອຸປະໂພກ, ບໍລິໂພກ, ສ່ວນວິສາຫະກິດນຳໃຊ້ຮູບແບບການຄ້າເອເລັກໂຕນິກຄື: ລະຫວ່າງ ວິສາຫະກິດນຳກັນ, ວິສາຫະກິດ - ຜູ້ອຸປະໂພກ, ບໍລິໂພກ, ວິສາຫະກິດ - ລັດຖະບານໃນການເຄື່ອນໄຫວດຳເນີນທຸລະກິດ, ການນຳເຂົ້າ - ສົ່ງອອກຢ່າງກ້ວາງຂວາງ.