ວັນທີ 24/11 ຢູ່ແຂວງ ດັກນົ່ງ, ເຂດໄຕງວຽນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມໄດ້ຈັດຕັ້ງ ກອງປະຊຸມ ຜັນຂະຫຍາຍການປະຕິບັດແຜນຮ່າງ “ອະນຸລັກຮັກສາ, ພັດທະນາວັດທະນະທຳບັນດາເຜົ່າສ່ວນໜ້ອຍ ຫວຽດນາມຮອດປີ 2020”. ທ່ານ ຮູວຫວິງອ໋າຍ, ຮອງລັດຖະມົນກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມໃຫ້ຮູ້ວ່າ: ຢາກປະຕິບັດແຜນຮ່າງນີ້ໃຫ້ໄດ້້ຮັບຜົນດີນັ້ນເຈົ້າຂອງ ວັດທະນະທຳ, ເຊິ່ງແມ່ນ ປຊຊ ເຮົາຢູ່ຮາກຖານເປັນຜູ້ປະຕິບັດຕົ້ນຕໍ່, ທີ່ 2 ແມ່ນຄວາມຮັບຜິດຊອບຂອງອົງການຄຸ້ມຄອງເຊິ່ງລວມມີ: ທ້ອງຖິ່ນ ແລະ ສູນກາງ. ພວກຂ້າພະເຈົ້າເຫັນວ່າ: ບໍ່ແມ່ນໃນວັນໜຶ່ງວັນດຽວພວກເຮົາຈະສາມາດເຮັດໄດ້, ຕ້ອງມີການຂົນຂວາຍພໍ່ແມ່ ປຊຊໃຫ້ເຄົາລົບ ຮັກສາສີສັນວັດທະນະທຳຂອງເຜົ່າຕົນ. ແຜນຮ່າງນີ້ ແມ່ນການລວບລວມບັນດາແຫຼ່ງກຳລັງ ແລະ ຂ້າພະເຈົ້າເຊື່ອໝັ້ນວ່າ: ແຜນຮ່າງນີ້ຈະບັນລຸຜົນສຳເລັດ ຍ້ອນວ່າ ມັນຕິດແທດກັບ ພໍ່ແມ່ປຊຊ.