ອາຄານຜູ້ໂດຍສານສະໜາມບິນສາກົນກາມແຣງ ສ້າງກາລະໂອກາດໃຫ້ແກ່ຂະແໜງການທ່ອງທ່ຽວຂອງແຂວງແຄ໋ງຮ່ວາ ພັດທະນາ

(VOVWORLD) - ອາຄານຜູ້ໂດຍສານຈະສາມາດໄດ້ຕ້ອນຮັບແຂກສາກົນ 2,4 – 4,8 ລ້ານເທື່ອຄົນໃນປີ 2018

ນັບແຕ່ທ້າຍເດືອນມິຖຸນາ ປີນີ້, ອາຄານຜູ້ໂດຍສານສະໜາມບິນສາກົນກາມແຣງ ໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ, ແກ້ໄຂສະພາບການຕ້ອນຮັບຜູ້ໂດຍສານເກີນຂອບເຂດຢູ່ສະໜາມບິນ ກາມແຣງ ກ່ອນໜ້ານັ້ນ.

        ອາຄານໃໝ່ມີເນື້ອທີ່ປະມານ 50.000 ຕາແມັດ, ໄດ້ຮັບການລົງທຶນຕາມມາດຖານສາກົນ 4 ດາວແຫ່ງທຳອິດຢູ່ ຫວຽດນາມ, ມີສະຖາປັດຕະຍາກຳທີ່ເປັນເອກະລັກ, ມີແຫ່ງບັນດານໃຈມາຈາກຮັງນົກແອ່ນ - ເຊິ່ງເປັນຜະລິດຕະພັນທີ່ເປັນເອກະລັກສະເພາະຂອງແຂວງ ແຄ໋ງຮ່ວາ.

        ຄາດວ່າ, ອາຄານຜູ້ໂດຍສານຈະສາມາດໄດ້ຕ້ອນຮັບແຂກສາກົນ 2,4 – 4,8 ລ້ານເທື່ອຄົນໃນປີ 2018; ແລະ ພາຍຫຼັງປະຕິບັດສຳເລັດໄລຍະຕິດຕັ້ງປະກອບພາຫະນະອຸປະກອນຄົບຖ້ວນໃນເຄິ່ງທ້າຍປີນີ້, ອາຄານຜູ້ໂດຍຈະສານສາມາດຮັບໃຊ້ຜູ້ໂດຍສານແຕ່ 6 -8 ລ້ານເທື່ອຄົນ/ປີ.

ຕອບກັບ

ຂ່າວ/ບົດ​ອື່ນ