ອາຊຽນ ຊົມເຊີຍ ອີຢູ ລົບລ້າງຄຳສັ່ງລົງໂທດ ມ້ຽນມາ
ປະເທດມ້ຽນມາ
(ພາບ:dulichanz.comt)
( vovworld ) – ໃນແຈ້ງການໜັງສືພິມຂອງຄະນະເລຂາອາຊຽນ ຍົກອອກເມື່ອວັນທີ 25/4, ທ່ານ ສຸຣິນ ພິດສະວັນ ເລຂາທິການໃຫ່ຍສະຫະສະມາຄົມປະຊາຊາດອາຊີຕາອອກສ່ຽງໃຕ້ (ອາຊຽນ) ຊີ້ແຈ້ງວ່າ: ທຸກໆປະເທດສະມາຊິກອາຊຽນ ລ້ວນແຕ່ຊົມເຊີຍຂໍ້ຕົກລົງຂອງ ອີຢູ ທີ່ໄດ້ລົບລ້າງຄຳສັ່ງລົງໂທດມ້ຽນມາ, ຖືວ່າ ນັ້ນແມ່ນວຽກງານທີ່ຖືກຕ້ອງໃນຈຸດເວລາທີ່ເໝາະສົມ. ຖະແຫຼງການຂອງທ່ານເລຂາທິການໃຫ່ຍອາຊຽນ ໄດ້ຍົກອອກມາ ພາຍຫຼັງທີ່ລັດຖະມົນຕີການຕ່າງປະເທດ 27 ປະເທດ ອີຢູ ໄດ້ເຫັນດີເປັນເອກະສັນ ຢຸດບັນດາມາດຕະການລົງໂທດດ້ານການຄ້າ, ເສດຖະກິດ ແລະ ບັນດາສວ່ນບຸກຄົນສຳລັບມ້ຽນມາ, ເວັ້ນເສຍແຕ່ຄຳສັ່ງຂວ້ຳບາດອາວຸດເມື່ອວັນທີ 23/4 ທີ່ຜ່ານມາ. ຕາມຂໍ້ຕົກລົງທີ່ມີຜົນສັກສິດນັບແຕ່ທ້າຍອາທິດນີ້ແລ້ວ, ບັນດາບໍລິສັດຂອງເອີລົບ ຈະໄດ້ຮັບອະນຸຍາດລົງທຶນເຂົ້າມ້ຽນມາ. ຜູ້ຕາງໜ້າຂັ້ນສູງ ຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດຂອງ ອີຢູ ທ່ານນາງ Catherine Ashton ໃຫ້ຮູ້ວ່າ: ເລື່ອງອີຢູ ຍົກອອກຂໍ້ຕົກລົງນີ້ ແມ່ນຢາກໜູນຊ່ວຍບັນດາຄວາມກ້າວໜ້າ ທີ່ບັນລຸໄດ້ໃນປະຈຸບັນຢູ່ມ້ຽນມາ. ກ່ອນໜ້ານັ້ນ, ອົດສະຕາລີ, ນອກແວ ແລະ ອາເມລິກາ ກໍໄດ້ປະກາດຜ່ອນຄາຍບາງຄຳສັ່ງລົງໂທດທີ່ສຳຄັນຕໍ່ມ້ຽນມາ.