ອາຊຽນ ເພີ່ມທະວີການຮ່ວມ ມືດ້ານການເງິນ ແລະ ເຊື່ອມໂຍງເສດຖະກິດ

ອາຊຽນ ເພີ່ມທະວີການຮ່ວມ ມືດ້ານການເງິນ ແລະ ເຊື່ອມໂຍງເສດຖະກິດ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ຂອງ ອາ​ຊຽນ ຄັ້ງ​ທີ 17
(ພາບ: .baomoi.com)

 (vovworld) - ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ຂອງສະຫະ​ສະມາຄົມ​ບັນດາ​ປະ​ເທດ ອາຊີ ຕາ​ເວັນ​ອອກສຽງ​ໃຕ້ (ຫຼື ອາ​ຊຽນ) ຄັ້ງ​ທີ 17 ອັດ​ລົງ​ເມື່ອ​ວັນ​ທີ 4/4, ພາຍຫຼັງ​ດຳ​ເນີນ​ກອງ​ປະຊຸມ​ເປັນ​ເວລາ 2 ວັນ​ຢູ່ ບຣູ​ໄນ, ດ້ວຍ​ຖະ​ແຫຼ​ງການ​ຮ່ວມ​ຢັ້ງຢືນ​ຄືນ​ໃໝ່ຄຳ​ໝັ້ນ​ສັນຍາ​ຊຸກຍູ້ ອາ​ຊຽນ ສະຖຽນ​ລະ​ພາບ ​ແລະ ​ເຊື່ອມ​ໂຍງ​. ຖະ​ແຫຼ​ງການ​ຊີ້​ແຈ້ງວ່າ: “ພວກ​ຂ້າພະ​ເຈົ້າ​ຕັດສິນ​ໃຈ​ສືບ​ຕໍ່​ມານະ​ພະຍາຍາມ​ສົມທົບ​ກັນ​ມຸ້ງ​ໄປ​ເຖິງ​ການ​ເຊື່ອມ​ໂຍງ​ເສດຖະກິດ ​ແລະ ການ​ເງິ​ນ”. ບັນດາ​ລັດຖະມົນຕີ ອາ​ຊຽນ ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຮັດ​ແຄບ​ຊ່ອງ​ຫວ່າງ​ພັດທະນາ ​ແລະ ຍົກ​ສູງ​ລະດັບ​ຄອງ​ຊີບ​ຂອງ​ປະຊາຊົນ​ດ້ວຍ​ວິທີ​ຫຼຸດ​ຜ່ອນຮົ້ວ​ກີດຂວາງ, ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະດວກ​​ໃຫ້​ແກ່​ການ​ຄ້າ, ການ​ລົງທຶນ ​ແລະ ບັນດາ​ກະ​ແສ​ທຶນ ​ເພື່ອ​ແນ​ໃສ່​ປັບປຸງ​ການຮ່ວມ​ມື​ດ້ານ​ການ​ເງິນ ​ແລະ ການ​ເຊື່ອມ​ໂຍງ​ເສດຖະກິດ​ໃນ ອາ​ຊຽນ, ບັນດາ​ລັດຖະມົນຕີ​ການ​​ເງິ​ນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຖື​ວ່າ: ບັນດາ​ປະ​ເທດ​ຕ້ອງ​ມານະ​ພະຍາຍາມ​ຕື່ມອີກ ​ເພື່ອ​ຕິດຕາມ​ກວດກາ​ເສດຖະກິດ ​ເພື່ອ​ບັນລຸ​ໄດ້​ການ​ເຊື່ອມ​ໂຍງ​ເສດຖະກິດ​​ໃນພາກ​ພື້ນ.

ຂ່າວ/ບົດ​ອື່ນ