ອາຊຽນ ແມ່ນຄູ່ຮ່ວມມືສຳຄັນຂອງຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ

ອາຊຽນ ແມ່ນຄູ່ຮ່ວມມືສຳຄັນຂອງຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ - ảnh 1
ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ
( ພາບ: REUTERS )


( vovworld ) – ​ ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ປະຈຳ​ປີ 3 ຝ່າຍ ຄັ້ງ​ທີ 6 ທີ່​ພວມ​ດຳ​ເນີນ​​ໄປຢູ່ນະຄອນ ໜີງປົວ, ປະ​ເທດ​ຈີນ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ ​ໄດ້​​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​​ໂດຍຢືນຢັນ​ວ່າ ອາ​ຊຽນ​ແມ່ນ​ຄູ່​ຮ່ວມ​ມື​ພັດທະ​ນາ​ທີ່​ສຳຄັນ ຄວນ​ໄດ້​ຮັບ​ການ​​ເພີ່ມ​ທະວີຊຸກຍູ້ການ​ພົວພັນ​ໃນ​ໄລຍະ​ທີ​ຈະ​ມາ​ເຖິງ. ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ຢາງ​ເຈຍ​ຊື້ ​ໄດ້​ເນັ້ນ​ໜັກ​ວ່າ ອາ​ຊຽນ ບໍ່​ພຽງ​ແຕ່​​ມີ​ບົດບາດ​ເປັນ​ຄູ່​ຮ່ວມ​ມື​ຂອງ​ບັນດາ​ປະ​ເທດ ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ກຳລັງ​ການ​ເມືອງ​ທີ່​ສຳຄັນ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກອີກ​ດ້ອຍ.

ຂ່າວ/ບົດ​ອື່ນ