ອາຊຽນ ແລະ ຈີນ ຄວນພ້ອມກັນເຈລະຈາກ່ຽວກັບທະເລຕາເວັນອອກ
(ພາບປະກອບ)
(vovworld) - ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ຈີນ ຕ້ອງເຂົ້າຮ່ວມການເຈລະຈາເພື່ອປຶກສາຫາລືແກ້ໄຂບັນດາບັນຫາເຊິ່ງບັນດາປະເທດພວມປະເຊີນໜ້າ ທີ່ກ່ຽວຂ້ອງເຖິງການພິດພາດບົນທະເລຕາເວັນອອກ. ນີ້ແມ່ນຄຳຕັກເຕື່ອນຂອງຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ, ຮັບຜິດຊອບບັນດາບັນຫາພາກພື້ນອາຊີ - ປາຊີຝີກ ທ່ານ Christopher R.Hill, ຖືກຍົກອອກມາໃນບົດກ່າວປາໄສ “ຄວາມຕໍ່ເລື່ອງ ແລະ ການປ່ຽນແປງໃນການແຊກແຊງຂອງອາເມລິກາ ທີ່ມີຕໍ່ອາຊີ” ຢູ່ກອງປະຊຸມໂຕະມົນອາຊີ - ປາຊີຝີກ ຄັ້ງທີ 27, ຖືກດຳເນີນໄປຢູ່ Kuala Lumpur, ປະເທດມາເລເຊຍ ເມື່ອວັນທີ 04/06. ທ່ານ Christopher R.Hill ຖືວ່າ, ບັນດາປະເທດກ່ຽວຂ້ອງເຖິງການພິດພາດອະທິປະໄຕບົນທະເລຕາເວັນອອກ ຄວນລະມັດລະວັງຕໍ່ໜ້າສະພາບການ, ປະຕິບັດບັນດາການເຄື່ອນໄຫວຢ່າງຕັ້ງໜ້າ ເພື່ອແກ້ໄຂບັນຫາ 2 ຝ່າຍ, ແຕ່ບໍ່ໄດ້ຮັບຮອງເອົາບັນດາມາດຕະການສູ້ຢັນກັນ. ທ່ານຢືນຢັນວ່າ “ການພິດພາດກັນໃນການເດີນທະເລຕ້ອງໄດ້ແກ້ໄຂຜ່ານທາງການທູດ, ໝາຍຄວາມວ່າບັນດາປະເທດທີ່ກ່ຽວຂ້ອງເຖິງບັນຫາດັ່ງກ່າວຢູ່ທະເລຕາເວັນອອກ ຕ້ອງເຂົ້າຮ່ວມການເຈລະຈາ”.