ງານພົບປະເພື່ອນມິດອີຕາລີ ແລະ ເອກອັກຄະລັດຖະທູດ
ບັນດາປະເທດສະມາຊິກອາຊຽນປະຈຳອີຕາລີ
(ພາບ: vietnamplus.vn)
(vovworld) - ເອກອັກຄະລັດຖະທູດຫວຽດນາມປະຈຳອີຕາລີ ທ່ານ ຫງວຽນຮ່ວາງລອງ ຫາກໍ່ຈັດຕັ້ງງານພົບປະ, ງານລ້ຽງບັນດາເພື່ອນມິດອີຕາລີ ແລະ ເອກອັກຄະລັດຖະທູດບັນດາປະເທດສະມາຊິກອາຊຽນປະຈຳອີຕາລີ. ນະທີ່ນີ້, ຝ່າຍຕ່າງໆລ້ວນແຕ່ແລກປ່ຽນບັນດາບັນຫາພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ສະພາບສາກົນ ແລະ ພາກພື້ນອາຊຽນ, ສະຫະພາບເອີລົບ, ການທ້າທາຍໃນປະຈຸບັນສຳຫຼັບສອງພາກພື້ນ, ຕີລາຄາຜົນກອງປະຊຸມຕ່າງໆຂອງອາຊຽນໃນໄລຍະຜ່ານມາ, ກໍ່ຄືບົດບາດ, ທີ່ຕັ້ງຂອງອາຊຽນ, ສະຫະພາບເອີລົບ ແລະ ອີຕາລີ ໃນການເພີ່ມທະວີສາຍພົວພັນລະຫວ່າງສອງພາກພື້ນ. ນອກນັ້ນ, ຝ່າຍຕ່າງໆຍັງແບ່ງປັນບົດຮຽນ, ແລກປ່ຽນມາດຕະການ ແນໃສ່ປະກອບສ່ວນເພີ່ມທະວີການພົວພັນລະຫວ່າງອາຊຽນ ແລະ ອີຕາລີໃນຂົງເຂດການຕ່າງປະເທດ, ເສດຖະກິດ, ການຄ້າ ແລະ ການລົງທຶນ, ຄວາມສາມາດເພີ່ມທະວີການຮ່ວມມືອາຊຽນ - ສະຫະພາບເອີລົບເວົ້າລວມ ແລະ ອາຊຽນ - ອີຕາລີ ເວົ້າສະເພາະ, ກໍ່ຄືໃນບັນດາເວທີປາໄສຫຼາຍຝ່າຍ.