ອາຊຽນສົ່ງເສີມການສ້າງແຜນການປະຕິບັດຂໍ້ລິເລີ່ມຮ່ວມສຳພັນໄລຍະຫຼັງປີ2015
(ພາບປະກອບ: ictnews)
(vovworld) - ກອງປະຊຸມສຳມະນາພາກພື້ນຄັ້ງທີ 2 ກ່ຽວກັບການສ້າງແຜນການປະຕິບັດ ຂໍ້ລິເລີ່ມຮ່ວມສຳພັນອາຊຽນໄລຍະຫຼັງປີ 2015 (IAI Work Plan III) ຖືກດຳເນີນໃນວັນທີ 30/03, ຢູ່ນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ. ກອງປະຊຸມສຳມະນາແມ່ນບາດກ້າວສຳຄັນເພື່ອແນໃສ່ກະກຽມບັນດາພື້ນຖານໃຫ້ແກ່ການຮຽບຮຽງບັນດາເນື້ອໃນພື້ນຖານຂອງ IAI Work Plan; ພ້ອມທັງແມ່ນໂອກາດເພື່ອໃຫ້ບັນດາຝ່າຍກ່ຽວຂ້ອງພ້ອມກັນແລກປ່ຽນ, ປຶກສາຫາລື ແລະ ປະກອບຄຳເຫັນກ່ຽວກັບບັນດາຂົງເຂດໃຫ້ບຸລິມະສິດ, ບັນດາວິທີການປະຕິບັດກໍຄືບັນດາສິ່ງທ້າທາຍໃນວິວັດການຜັນຂະຫຍາຍ ແລະ ສະເໜີມາດຕະການແກ້ໄຂ, ກົນໄກສົມທົບກັນທີ່ຈຳເປັນເພື່ອຮັບປະກັນໃຫ້ແຜນການບັນລຸຜົນສຳເລັດ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ເຫັນດີນຳກັນວ່າ IAI Work Plan ຄວນຮັບປະກັນບັນດາປັດໃຈຄື: ມີລັກສະນະເປັນໄປໄດ້ສູງ, ຫຼີກລ້ຽງການກະແຈກກະຈາຍ, ການຊ້ອນກັນສຳລັບບັນດາແຜນການປະຕິບັດງານທີ່ໄດ້ ແລະ ພວມໄດ້ຮັບການກໍ່ສ້າງໃນປະຊາຄົມອາຊຽນ, ໜູນຊ່ວຍໃຫ້ບັນດາເສົ້າຄ້ຳໃນປະຊາຄົມ…ເປັນຢ່າງດີ. ທີ່ກອງປະຊຸມສຳມະນາ, ຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມປະກອບຄຳເຫັນ ແລະ ຢືນຢັນວ່າ ບັນດາຮ່າງມະຕິຂອງ IAI Work Plan ເຊິ່ງຝ່າຍຫວຽດນາມ ໄດ້ດຳເນີນງານຖືກຕ້ອງຕາມລະດັບຄວາມຄືບໜ້າ, ຕັ້ງໜ້າ ແລະ ໄດ້ຮັບຮູ້ຢູ່ທຸກຂົງເຂດເຊິ່ງລວມມີ: ນະໂຍບາຍເສດຖະກິດ, ການເງິນ, ການຄ້າ, ການສຶກສາ ແລະ ແຫຼ່ງຄົນງານ, ສາທາສະລະສຸກ ແລະ ສຸຂະພາບ.