ອາຊຽນສວມບົດບາດຫລັກແຫລ່ງສຳລັບອາເມລິກາໃນຍຸດທະສາດສ້າງຄວາມດຸ່ນດ່ຽງຄືນໃຫມ່ຢູ່ອາຊີ

ອາຊຽນສວມບົດບາດຫລັກແຫລ່ງສຳລັບອາເມລິກາໃນຍຸດທະສາດສ້າງຄວາມດຸ່ນດ່ຽງຄືນໃຫມ່ຢູ່ອາຊີ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ​ B.Obama
ພາບ:Reuters

(vovworld)-​​ທີ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ອາ​ເມ​ລິ​ກາ, ປະ​ທາ​ນາ​ທິ​ບໍ​ດີ​B.Obama ເນັ້ນ​ຫນັກ​ວ່າ: ອາ​ຊຽນ ສ​ວມ​ບົດ​ບາດ​ຫລັກ​ແຫລ່ງ​ສຳ​ລັບ ອາ​ເມ​ລິ​ກາ ໃນ​ຍຸດ​ທະ​ສາດ​ສ້າງ​ຄວາມ​ດຸ່ນ​ດ່ຽງ​ຄືນ​ໃຫມ່​ຢູ່ ອາ​ຊີ ແລະ ອາ​ເມ​ລິ​ກາ​ຈະ​ສົມ​ທົບ​ກັບ​ບັນ​ດາ​ຝ່າຍ​ເພື່ອ​ຮັ​ບ​ປະ​ກັນ​ວ່າ ບັນ​ດາ​ການ​ປະ​ທະ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນ​ຕິ. ປະ​ທາ​ນາ​ທິ​ບໍ​ດີ​B.Obama ຖື​ວ່າ ການ​ນຳ ອາ​ເມ​ລິ​ກາ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້ ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳ​ຄັນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ ອາ​ຊຽນ  ແລະ ພາກ​ພື້ນ. ຕາມ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ​B.Obama ແລ້ວ, ອາ​ຊຽນ ພວມ​ສວມ​ບົດ​ບາດ​ຫລັກ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​, ຄວາມ​ໝັ້ນ​ຄົງ​ຢູ່​ພາກ​ພື້ນ​ກໍ​ຄື​ສະ​ຖຽນ​ລະ​ພາບ​ທົ່ວ​ໂລກ. ອາ​ເມ​ລິ​ກາ ແລະ ອາ​ຊຽນ ແມ່ນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ​ກັນ ແລະ ອາ​ເມ​ລິ​ກາ ປາດ​ຖະ​ຫນາ​ຢາກ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ພ້ອມ​ກັບ ອາ​ຊຽນ ເພື່ອ​ອະ​ນາ​ຄົດ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ໃນ​ໂລກ. ປະ​ທາ​ນາ​ທິ​ບໍ​ດີ​B.Obama ກໍ​ປາດ​ຖະ​ຫນາ​ຢາກ​ຮ່ວມ​ມື​ກັບ​ອາ​ຊຽນ​ກວ່າ​ອີກ ໃນ​ຂົງ​ເຂດ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ເສດ​ຖະ​ກິດ, ກ້າວ​ໄປ​ເຖິງ​ພື້ນ​ຖານ​ເສດ​ຖະ​ກິດ​ໂປ່ງ​ໃສ​ກວ່າ, ມີ​ຄວາມ​ດຸ່ນ​ດ່ຽງ​ລະ​ຫວ່າງ​ການ​ພັດ​ທະ​ນາ​ແລະ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ