ອາຊຽນເພີ່ມທະວີການ ຮ່ວມມືປ້ອງກັນ ແລະ ຕ້ານອາດຊະຍາກຳຂ້າມຊາດ
(ພາບ:thethaovanhoa.vn)
(vovworld)- ພາຍຫລັງດຳເນີນການເຮັດວຽກຢ່າງຕັ້ງໜ້າ, ຮີບເຮັ່ງມາເປັນເວລາ 2 ວັນ, ວັນທີ 20/6, ກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງອາຊຽນປ້ອງກັນ ແລະ ຕ້ານອາດຊະຍາກຳຂ້າມຊາດ ຄັ້ງທີ 13 ໄດ້ອັດລົງຢ່າງຈົບງາມ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແລກປ່ຽນທັດສະນະກ່ຽວກັບບັນດາຄວາມມານະພະຍາຍາມຂັ້ນລັດ ແລະ ພາກພື້ນ ໃນການປ້ອງກັນ ແລະ ຕ້ານອາດຊະຍາກຳຂ້າມຊາດ. ໃນໄລຍະຜ່ານມາ, ປະເທດຕ່າງໆໄດ້ຜັນຂະຫຍາຍຫລາຍມາດຕະການເພື່ອປ້ອງກັນ ແລະ ຕໍ່ສູ້ຢ່າງມີປະສິດທິຜົນກັບອາດຊະຍາກຳປະເພດຕ່າງໆ. ບົດລາຍງານຂອງຄະນະຜູ້ແທນຫວຽດນາມ ໃຫ້ຮູ້ວ່າ: ໃນປີຜ່ານມາ, ຫວຽດນາມ ໄດ້ຕັ້ງໜ້າຜັນຂະຫຍາຍການປະຕິບັດຄຳໝັ້ນສັນຍາຮ່ວມມືກັບອາຊຽນໃນການປ້ອງກັນ ແລະ ຕ້ານອາດຊະຍາກຳຂ້າມຊາດ.
ໃນວັນດຽວກັນ, ສະຖາບັນຄົ້ນຄ້ວາຄວາມສະຫງົບປອດໄພຂອງໄທ ແລະ ສູນຄົ້ນຄ້ວາຍຸດທະສາດອາຊີຂອງອິນເດຍ ໄດ້ສົມທົບກັນຈັດກອງປະຊຸມສຳມະນາກ່ຽວກັບຄວາມສາມັກຄີໃນອາຊຽນ ແລະ ບັນດາສິ່ງທ້າທາຍການເດີນທະເລ ຢູ່ທະເລຕາເວັນອອກ ກໍ່ຄືໃນພາກພື້ນອາຊີ-ປາຊີຟິກ. ຈຸດປະສົງຂອງກອງປະຊຸມສຳມະນາແມ່ນສ້າງເວທີປາໄສເພື່ອແນໃສ່ໄປເຖິງມາດຕະການສັນຕິພາບ ແລະ ປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍການເດີນທະເລຊື່ງອາຊຽນພວມຕ້ອງປະເຊີນໜ້າ. ນັກຮຽນຮູ້ມາຈາກບັນດາປະເທດອາຊຽນ, ຈີນ, ອິນເດຍ, ຍີ່ປຸ່ນ…ເປັນຈຳນວນຫລາຍໄດ້ເຂົ້າຮ່ວມກອງປະຊຸມສຳມະນາ.