ທ່ານປະທານາທິບໍດີ Ashraf Ghani
(ພາບ: AFP/TTXVN)
|
(vovworld) – ໃນຈົດໝາຍເພື່ອແນໃສ່ເພີ່ມທະວີການຮ່ວມມືຕ້ານກໍ່ການຮ້າຍ, ທ່ານປະທານາທິບໍດີ ອາບການິດສະຖານ Ashraf Ghani ສະເໜີໃຫ້ ປາກິດສະຖານ ມີການກະທຳທີ່ແຂງກະດ້າງສຳລັບກຸ່ມທະຫານກະບົດ ຕາລີບານ. ໃນຈົດໝາຍເຊິ່ງນັກຂ່າວສຳນັກຂ່າວສານ AFP (ຂອງ ຝຣັ່ງ) ສະເໜີເມື່ອວັນທີ 31/5, ທ່ານປະທານາທິບໍດີ Ashraf Ghani ສະເໜີວົງການການນຳດ້ານການທະຫານ ແລະ ພົນລະເຮືອນຢູ່ Islamabad ກ່າວປະນາມການບຸກໂຈມຕີລະດູບານໃໝ່ ປະຈຳປີຂອງ ຕາລີບານ, ພ້ອມທັງຢັ້ງຢືນຄືນໃໝ່ຄຳຮຽກຮ້ອງແຕ່ດົນນານມານີ້ຂອງ Kabul ນັ້ນແມ່ນ ປາກິດສະຖານ ບໍ່ໄດ້ສະໜອງບ່ອນຫລົບລິ້ໃຫ້ພວກທະຫານກະບົດ. ຈົດໝາຍກໍ່ກະຕຸກຊຸກຍູ້ Islamabad ຄຸ້ມຕົວຢູ້ກັບທີ່ບັນດາຫົວໜ້າຕາລີບານຢູ່ນະຄອນ Quetta ແລະ Peshawar, ກໍ່ຄືຈັບຕົວບັນດາສະມາຊິກໃນເຄືອຂ່າຍ Haqqani ທີ່ມີການຮ່ວມສຳພັນກັບ ຕາລີບານ, ຍ້ອນກຸ່ມນີ້ “ດຳເນີນບັນດາການເຄື່ອນໄຫວກໍ່ການຮ້າຍຢູ່ ອາບການິດສະຖານ ໃນມໍ່ໆມານີ້”.