ອາບການິດສະຖານຫລຸດຜ່ອນເງື່ອນໄຂເຊັນສັນຍາປ້ອງກັນຄວາມສະຫງົບກັບອາເມລິກາ
ທ່ານປະທານາທິບໍດີ Hamid Karzai
(ພາບ: AFP/TTXVN)
(vovworld) – ທ່ານປະທານາທິບໍດີ Hamid Karzai ເວົ້າວ່າ: ທ່ານພ້ອມແລ້ວທີ່ຈະເຊັນສັນຍາປ້ອງກັນຄວາມສະຫງົບ 2 ຝ່າຍ (BSA) ກັບ ອາເມລິກາ ຖ້າຫາກ ອາເມລິກາ ຕອບສະໜອງ 2 ໃນຈຳນວນບັນດາເງື່ອນໄຂເຊິ່ງທ່ານຍົກອອກມາແມ່ນຢຸດຕິບັນດາການບຸກໂຈມຕີເຂົ້າເຮືອນຊານຂອງສາມັນຊົນ ອາບການິດສະຖານ ແລະ ໜູນຊ່ວຍບັນດາການເຈລະຈາສັນຕິພາບກັບກຳລັງ ຕາລີບານຄືນໃໝ່. ກ່ອນໜ້ານັ້ນ, ໃນການພົບປະເມື່ອວັນທີ 25/11 ກັບຜູ້ທີ່ປຶກສາປ້ອງກັນຄວາມສະຫງົບແຫ່ງຊາດຂອງທຳນຽບຂາວ, ທ່ານນາງ Susan Rice, ທ່ານປະທານາທິບໍດີ Hamid Karzai ໄດ້ຮັບຄຳໝັ້ນສັນຍາຂອງ ອາເມລິກາ ຈະໜູນຊ່ວຍຮັບປະກັນໃຫ້ການເລືອກຕັ້ງໃນເດືອນ 4/2014 ດຳເນີນໄປໃນສັນຕິພາບ ແລະ ສະເໝີພາບ. ເຖິງຢ່າງໃດກໍ່ຕາມ, ຄຽງຄູ່ກັນນັ້ນ, ທ່ານນາງ Susan Rice ກ່າວເຕືອນວ່າ ທຳນຽບຂ່າວອາດຈະຖອນທະຫານທັງໝົດອອກຈາກ ອາບການິດສະຖານ ໃນປີ 2014 ຖ້າຫາກທ່ານ Karzai ບໍ່ປະຕິບັດຕາມຄຳຮຽກຮ້ອງຂອງອາເມລິກາ ກ່ຽວກັບເລື່ອງເຊັນ BSA ໃນປີນີ້.
ສ່ວນທ່ານ Karzai ໄດ້ຍົກອອກຄຳຮຽກຮ້ອງໃໝ່ ທວງໃຫ້ ອາເມລິກາ ປ່ອຍຕົວນັກໂທດ ອາບການິດສະຖານ 19 ຄົນທີ່ພວມຖືກຄຸ້ມຂັງຢູ່ຄຸກໃນເກາະ Guantanamo ຂອງ ກູຍບາ, ພ້ອມທັງຖືວ່າ: ອາເມລິກາ ໄດ້ແຊກແຊງເຂົ້າການເລືອກຕັ້ງປີ 2009 ຢ່າງຮ້າຍແຮງ.