ອາຟະລິກາໃຕ້ - ປະຕູເພື່ອໃຫ້ເຂົ້າສານຂອງຫວຽດນາມ ແຊກຊຶມເຂົ້າຕະຫຼາດອາຟະລິກາ

(VOVWORLD) -ໂດຍປະຕິບັດໂຄງການສົ່ງເສີມການຄ້າແຫ່ງຊາດປີ 2018, ຄະນະສົ່ງເສີມການຄ້າສົ່ງອອກເຂົ້າສານຫວຽດນາມ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ອາຟະລິກາໃຕ້ ໃນລະຫວ່າງວັນທີ 10 – 11 ທັນວາ ເພື່ອແນໃສ່ຊອກຮູ້, ສຳຜັດກັບຕະຫຼາດ, ຄົ້ນຄວ້າທ່າອ່ຽງໃຊ້ສອຍ, ຄວາມຕ້ອງການຂອງລູກຄ້າ ແລະ ຄວາມຮຽກຮ້ອງຂອງຜູ້ນຳເຂົ້າ.

ອາຟະລິກາໃຕ້ - ປະຕູເພື່ອໃຫ້ເຂົ້າສານຂອງຫວຽດນາມ ແຊກຊຶມເຂົ້າຕະຫຼາດອາຟະລິກາ - ảnh 1

 ທ່ານຮອງຫົວໜ້າກົມຂາອອກ - ຂາເຂົ້າກະຊວງອຸດສາຫະກຳການຄ້າຫວຽດນາມ ເຈີ່ນກວັກຕວານ ກ່າວຄຳເຫັນທີ່ການເຮັດວຽກ

(ພາບ: TTXVN)

ທີ່ການເຮັດວຽກກັບກະຊວງອຸດສາຫະກຳອາຟະລິກາໃຕ້ ໃນຕອນເຊົ້າວັນທີ 10 ທັນວາ, ທ່ານຮອງຫົວໜ້າກົມຂາອອກ - ຂາເຂົ້າກະຊວງອຸດສາຫະກຳການຄ້າຫວຽດນາມ ເຈີ່ນກວັກຕວານ, ໃຫ້ຮູ້ວ່າ, ດ້ວຍລະດັບຊົມໃຊ້ເຂົ້າສານປະມານ 850.000 ໂຕນ/ປີ, ອາຟະລິກາໃຕ້ ແມ່ນຕະຫຼາດສົ່ງອອກເຂົ້າສານທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງສຳລັບວິສາຫະກິດຫວຽດນາມ. ອາຟະລິກາໃຕ້ ແມ່ນປະຕູ, ແຫ່ງເຊື່ອມຕໍ່ເພື່ອໃຫ້ບັນດາວິສາຫະກິດເຂົ້າສານຫວຽດນາມ ແຊກຊຶມເຂົ້າຕະຫຼາດອາຟະລິກາ ທີ່ກວ້າງໃຫຍ່.

        ສ່ວນທ່ານ Madileke Ramushu, ຫົວໜ້າກົມພົວພັນຕ່າງປະເທດນອກຕະຫຼາດອາຊີ - ກະຊວງອຸດສາຫະກຳການຄ້າອາຟະລິກາໃຕ້ ໃຫ້ຮູ້ວ່າ, ປະເທດນີ້ຍາມໃດກໍ່ສົ່ງເສີມ ແລະ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກດີທີ່ສຸດເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ເພີ່ມທະວີການສົ່ງອອກເຂົ້າສານໄປຍັງອາຟະລິກາໃຕ້, ກໍ່ຄືຊ່ວຍໃຫ້ບັນດາວິສາຫະກິດຫວຽດນາມ ສຳຜັດກັບບັນດາຕະຫຼາດອື່ນໆຢູ່ທະວີບ.

        ແລະກໍ່ໃນວັນດຽວກັນ, ຢູ່ນະຄອນ Johannesburg, ກໍ່ໄດ້ດຳເນີນກອງປະຊຸມສຳມະນາ “ສົ່ງເສີມການສົ່ງອອກເຂົ້າສານຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ