ອາຫານການກິນຫວຽດນາມ ດຶງດູດເພື່ອມມິດອາຊຽນ ຢູ່ມາເລເຊຍ

(VOVWORLD) -ວັນທີ 29 ເມສາ, ດ້ວຍການໜູນຊ່ວຍຂອງສະຖານທູດຫວຽດນາມ ປະຈຳມາເລຊຍ, ມີຈຸດວັດທະນະທຳທາງດ້ານອາຫານການກິນ ແລະ ບັນດາເຍື່ອງອາຫານຂອງຫວຽດນາມ ໄດ້ນຳມາແນະນຳເຖິງເພື່ອນມິດບັນດາປະເທດທີ່ຂຶ້ນກັບອາຊຽນ ໃນບໍລິເວນ.

ອາຫານການກິນຫວຽດນາມ ດຶງດູດເພື່ອມມິດອາຊຽນ ຢູ່ມາເລເຊຍ - ảnh 1 ແນະນຳບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະ ແລະ ມີຊື່ສຽງຂອງຫວຽດນາມ

(ພາບ: TTXVN)

ໃນເຫດການ, ທ່ານນາງ ຟ້າມທິຮົ່ງລຽນ, ພັນລະຍາຂອງທ່ານເອກອັກຄະລັດຖະທູດຫວຽດນາມປະຈຳມາເລເຊຍ ເລກຸຍກີ່ງ ໄດ້ແນະນຳບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະ ແລະ ມີຊື່ສຽງຂອງຫວຽດນາມ ຄື: ເຟີ, ແນມຈືນ… ກໍ່ທີ່ເຫດການ, ເພື່ອມມິດອາຊຽນ ປະຈຳມາເລເຊຍ ຍັງໄດ້ຮັບການແນະນຳກ່ຽວກັບປະຫວັດສາດ, ມູນເຊື້ອຂອງບັນດາປະຊາຊາດ, ບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ບາງເຂດທັດສະນີຍະພາບດີເດັ່ນຂອງຫວຽດນາມ, ພ້ອມທັງຮັບຊົມບັນດາລາຍການສະແດງສິລະປະໂດຍພັນລະຍາຂອງບັນດາອົງການຜູ້ຕາງໜ້າຫວຽດນາມ ໃນບໍລິເວນສະແດງ.

ຕອບກັບ

ຂ່າວ/ບົດ​ອື່ນ