(vovworld) – ວັນທີ 29/5, ກະຊວງການຄ້າ ອາເມລິກາ ປະກາດຈະຈັດວາງບັນດາອັດຕາພາສີຕ້ານການຊ່ວຍໜູນລາຄາຂຶ້ນເຖິງເກືອບ 63% ສຳລັບກຸ້ງແຊເຢັນຈາກບັນດາປະເທດສົ່ງອອກໃຫຍ່ຄື: ຈີນ, ອິນເດຍ, ມາເລເຊຍ, ໄທ ແລະ ຫວຽດນາມ. ຄຳຕັດສິນໃນເບື້ອງຕົ້ນ, ກະຊວງການຄ້າ ອາເມລິກາ ໃຫ້ຮູ້ວ່າຈະຈັດວາງອັດຕາພາສີຈາກລະດັບ 2,09% ສຳລັບຜະລິດຕະພັນຂອງໄທເຖິງ 5,76% ສຳລັບ ຈີນ, 7,05% ສຳລັບ ຫວຽດນາມ, 11,32% ສຳລັບ ອີນເດຍ ແລະ 62,74% ສຳລັບ ມາເລເຊຍ. ປະຈຸບັນ, ສິນຄ້າສົ່ງອອກຫຼາຍປະເພດຈາກ 5 ປະເທດນີ້ ກໍ່ລ້ວນແຕ່ຖືກຈັດວາງອັດຕາພາສີຕ້ານການຂາຍບູບລາຄາຕ່າງກັນນັບແຕ່ຫຼາຍປີມານີ້. ຄຳຕັດສິນໃນເບື້ອງຕົ້ນດັ່ງກ່າວຂອງກະຊວງການຄ້າ ອາເມລິກາ ຖືກຍົກອອກມາພາຍຫຼັງການສືບສວນການຮ້ອງຟ້ອງຕ່າງໆຈາກບັນດາຜູ້ຜະລິດ ແລະ ຫຸ້ມຫໍ່ ກຸ້ງທີ່ຂຶ້ນກັບພັນທະມິດຂະແໜງອຸດສາຫະກຳ ກຸ້ງ ອ່າວ ເມກຊີໂກຂອງ ອາເມລິກາ. ຄຳຕັດສິນສຸດທ້າຍຈະຍົກອອກມາໃນທ້າຍເດືອນ 9 ຈະມາເຖິງ.