ອາເມລິກາ ຢຶດໝັ້ນຊອກຫາມາດຕະການແກ້ໄຂສັນຕິພາບໃນແຫຼມ ເກົາຫຼີ

(VOVWORLD) - ວັນທີ 27 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson ຢືນຢັນຫຼັກໝັ້ນຂອງ ອາເມລິກາ ແມ່ນສືບຕໍ່ຊອກຫາມາດຕະການແກ້ໄຂສັນຕິພາບຢູ່ແຫຼມເກົາຫຼີ
ອາເມລິກາ ຢຶດໝັ້ນຊອກຫາມາດຕະການແກ້ໄຂສັນຕິພາບໃນແຫຼມ ເກົາຫຼີ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson (ພາບ: THX/TTXVN)

ໃນສະພາວະເກີດບັນດາຄວາມວິຕົກກັງວົນກ່ຽວກັບສະພາບການຢູ່ພາກພື້ນ ອາຊີຕາເວັນຕົກສ່ຽງເໜືອ ພາຍຫລັງ ພຽງຢາງ ຫາກໍ່ຍິງລູກສອນໄຟໄລຍະສັ້ນຢ່າງໜ້ອຍສຸດ 3 ລູກ. ຜູ້ນຳໜ້າກະຊວງການຕ່າງປະເທດ ອາເມລິກາ ເນັ້ນໜັກວ່າ ວໍຊິງຕັນ ຖືເຫດຍິງລູກສອນໄຟຄັ້ງຫຼ້າສຸດຂອງ ພຽງຢາງ ແມ່ນການກະທຳເກາະຜິດຕ້ານ ອາເມລິກາ ແລະ ບັນດາພັນທະມິດ. ເຖິງຢ່າງໃດກໍ່ຕາມ, ທ່ານລັດຖະມົນຕີການຕ່າງປະເທດ Rex Tillerson ຢືນຢັນວ່າ ອາເມລິກາ ຈະສົມທົບກັບບັນດາປະເທດພັນທະມິດ ແນໃສ່ກໍ່ຄວາມດັນຕາມແບບສັນຕິພາບຕໍ່ ສປປ.ເກົາຫຼີ. ອາເມລິກາ ກໍ່ຈະຮ່ວມມືກັບ ຈີນ ພິຈາລະນາ ຄວາມສາມາດເກ້ຍກ່ອມ ສປປ.ເກົາຫຼີ ເຂົ້າຮ່ວມການເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ