ອາເມລິກາ ຢືນຢັນຄືນໃໝ່ການພົວພັນຄູ່ຮ່ວມມືຍາວນານກັບອິດສະຣາແອັນ

(VOVWORLD) -ການຢ້ຽມຢາມຂອງທ່ານປະທານາທິບໍດີ Reuven Rivlin ຈະເນັ້ນໜັກເຖິງການພົວພັນຄູ່ຮ່ວມມືທີ່ຍາວນານລະຫວ່າງອາເມລິກາ ແລະ ອິດສະຣາແອັນ
ອາເມລິກາ ຢືນຢັນຄືນໃໝ່ການພົວພັນຄູ່ຮ່ວມມືຍາວນານກັບອິດສະຣາແອັນ - ảnh 1ທ່ານປະທານາທິບໍດີອາເມລິກາ Joe Biden
(ພາບປະກອບ: AFP/TTXVN)

ວັນທີ 19 ມິຖຸນາ, ນຳນຽບຂາວໃຫ້ຮູ້ວ່າ, ທ່ານປະທານາທິບໍດີອາເມລິກາ Joe Biden ມີແຜນການຕ້ອນຮັບຄູ່ຮ່ວມຕຳແໜ່ງອິດສະຣາແອັນ ທ່ານ Reuven Rivlin ຢູ່ທຳນຽບຂາວ ໃນວັນທີ 28 ມິຖຸນາ. ໃນຖະແຫຼງການໜຶ່ງ, ທ່ານນາງ Jen Psaki, ໂຄສົກທຳນຽບຂາວຊີ້ແຈ້ງວ່າ: “ການຢ້ຽມຢາມຂອງທ່ານປະທານາທິບໍດີ Reuven Rivlin ຈະເນັ້ນໜັກເຖິງການພົວພັນຄູ່ຮ່ວມມືທີ່ຍາວນານລະຫວ່າງອາເມລິກາ ແລະ ອິດສະຣາແອັນ ກໍຄືການພົວພັນຢ່າງເລິກເຊິ່ງລະຫວ່າງບັນດາລັດຖະບານ ແລະ ປະຊາຊົນ 2 ປະເທດ. ນັ້ນແມ່ນໂອກາດເພື່ອປຶກສາຫາລືບັນດາກາລະໂອກາດ ແລະ ສິ່ງທ້າທາຍເຊິ່ງພາກພື້ນພວມປະເຊີນໜ້າ”.

ອາຍຸການດຳລົງຕຳແໜ່ງປະທານາທິບໍດີເປັນເວລາ 7 ປີຂອງທ່ານ Reuven Rivlin ຄາດວ່າຈະສິ້ນສຸດລົງໃນວັນທີ 07 ກໍລະກົດ 2021 ແລະ ທຳນຽບຂາວຖືວ່າ, ການຢ້ຽມຢາມອາເມລິກາ ຄັ້ງນີ້ “ຈະເຊີດຊູບັນດາການອຸທິດສ່ວນຂອງທ່ານທີ່ໄດ້ສະແດງອອກ ແນໃສ່ປັບປຸງການພົວພັນມິດຕະພາບລະຫວ່າງ 2 ປະເທດໃນເວລາຫຼາຍປີຜ່ານມາ.”

ຕອບກັບ

ຂ່າວ/ບົດ​ອື່ນ