ອາເມລິກາ ຢືນຢັນປະຕິບັດຄຳໝັ້ນສັນຍາປ້ອງກັນລວມກັບ ນາໂຕ
(VOVWORLD) - ອາເມລິກາ ຢືນຢັນປະຕິບັດຄຳໝັ້ນສັນຍາປ້ອງກັນລວມກັບ ນາໂຕ - ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຢືນຢັນຄືແນວນັ້ນໃນການປະຊຸມຂ່າວຮ່ວມກັບ ຄູ່ຕຳແໜ່ງ Romania Klaus Iohannis ພວມຢູ່ຢ້ຽມຢາມ ອາເມລິກາ ໃນວັນທີ 9 ມິຖຸນາ.
ທ່ານປະທານາທິບໍດີ ອາເມລິກາ Donald Trump
(ພາບ: AFP/TTXVN)
|
ຖະແຫຼງການດັ່ງກ່າວໂດຍເຈົ້າຂອງທຳນຽບຂາວຍົກອອກມາໃນສະພາບການມີຄູ່ຮ່ວມມືເອີລົບຂອງ ວໍຊິງຕັນ ມີຄວາມວິຕົກວັງວົນວ່າ: ລັດຖະບານໃໝ່ຂອງ ອາເມລິກາບໍ່ເຊື່ອໝັ້ນ ນາໂຕ ຢ່າງສົມບູນ. ວັນທີ 25 ພຶດສະພາ, ໃນການປະຕິບັດງານຄັ້ງທຳອິດເຖິງ ບຣຸກແຊນ (ປະເທດ ແບນຊິກ) ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ນາໂຕ, ທ່ານປະທານາທິບໍດີ ອາເມລິກາ Donald Trump ບໍ່ໄດ້ເປີດເຜີຍຖະແຫຼງສະໜັບສະໜູນຄຳໝັ້ນສັນຍາປ້ອງກັນລວມຂອງ ນາໂຕ, ແທນທີນັ້ນ ໄດ້ຕຳນິຕິຕຽນກັບບັນດາປະເທດພັນທະມິດ ບໍ່ໄດ້ປະຕິບັດພັນທະເພີ່ມລາຍຈ່າຍດ້ານປ້ອງກັນຄວາມສະຫງົບຂຶ້ນຢ່າງໜ້ອຍສຸດແມ່ນ 2% ຍອດຜະລິດຕະພັນພາຍໃນປະເທດ (GDP). ກ່ອນໜ້ານັ້ນ, ພາຍຫຼັງໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ, ທ່ານ Donald Trump ກໍ່ໄດ້ໃຫ້ຂໍ້ສັງເກດວ່າ ນາໂຕ ແມ່ນຮູບແບບພັນທະມິດທີ່ “ທີ່ຫຼ້າສະໄໝ” ແລ້ວ.