ອາເມລິກາ ເລື່ອນວັນເວລາ ຈັດວາງອັດຕາພາສີໃໝ່ສໍາລັບສິນຄ້າເອເລັກໂຕນິກຂອງ ຈີນ

(VOVWORLD) -ລັດຖະບານ ອາເມລິກາ ຈະເລື່ອນວັນເວລາຈັດວາງອັດຕາພາສີ 10% ສໍາລັບ ສິນຄ້າເອເລັກໂຕນິກນໍາເຂົ້າຈາກຈີນ ໄປຮອດວັນທີ 15 ທັນວາ.

        ວັນທີ 13 ສິງຫາ, ທ່ານ Robert Lighthizer ຜູ້ຕາງໜ້າກັບດ້ານການຄ້າ ອາເມລິກາ ໃຫ້ຮູ້ວ່າ ລັດຖະບານ ອາເມລິກາ ຈະເລື່ອນວັນເວລາຈັດວາງອັດຕາພາສີ 10% ສໍາລັບ ສິນຄ້າເອເລັກໂຕນິກນໍາເຂົ້າຈາກຈີນ ໄປຮອດວັນທີ 15 ທັນວາ, ແຕ່ຍັງຄົງຈະສົ່ງເສີມ ແຜນການຈັດວາງບັນດາອັດຕາພາສີໃໝ່ສໍາລັບປະລິມານສິນຄ້ານໍາເຂົ້າຈາກຈີນທີ່ມີມູນຄ່າ 300 ຕື້ USD ນັບແຕ່ວັນທີ 01 ກັນຍາ ຄືດັ່ງໄດ້ຖະແຫຼງກ່ອນໜ້ານັ້ນ.

        ພາຍຫຼັງຖະແຫຼງການຂອງລັດຖະບານ ອາເມລິກາ, ຕະຫຼາດຫຼັກຊັບຢູ່ ອາເມລິກາ ແລະ ເອີຣົບ ລ້ວນແຕ່່ເພີ່ມຂຶ້ນຢ່າງແຮງ. ການກະທໍາດັ່ງກ່າວ ໄດ້ເຮັດໃຫ້ບັນດານັກລົງທຶນຫຼັກຊັບ ມີຄວາມຫວັງວ່າ ອາດຈະຫຼຸດຜ່ອນຄວາມເຄັ່ງຕຶງໃນສົງຄາມການຄ້າ ທີ່ພວມເກີດຂຶ້ນລະຫວ່າງ ອາເມລິກາ ແລະ ຈີນ.  ແລະ ກໍໃນວັນດຽວກັນ, ທ່ານ Robert Lighthizer ໄດ້ມີການເຈລະຈາຜ່ານທາງໂທລະສັບກັບເຈົ້າໜ້າທີ່ຈີນ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການແກ້ໄຂສະພາບການດັ່ງກ່າວ. ຄາດວ່າ ການເຈລະຈາຜ່ານທາງໂທລະສັບຄັ້ງໃໝ່ ຈະດໍາເນີນໃນສອງອາທິດຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ