ອາເມລິກາ,ຈີນ ອາດຈະບັນລຸໄດ້ຂໍ້ຕົກລົງຫຼີກລ້ຽງການຄອບງຳເງິນຕາ

(VOVWORLD) -ປະຈຸບັນ, ບັນດານັກເຈລະຈາຂັ້ນສູງຂອງອາເມລິກາ ແລະ ຈີນ ພວມມານະພະຍາຍາມເຈລະຈາ ເພື່ອແນໃສ່ບັນລຸໄດ້ບັນດາຂໍ້ຕົກລົງສ້າງຄວາມໄວ້ເນື້ອເຊື່ອໃຈໂດຍໂວ, ໃນນັ້ນລວມທັງຂໍ້ຕົກລົງຫຼີກລ້ຽງການຄອບງຳດ້ານເງິນຕາ.

ອາເມລິກາ,ຈີນ ອາດຈະບັນລຸໄດ້ຂໍ້ຕົກລົງຫຼີກລ້ຽງການຄອບງຳເງິນຕາ - ảnh 1 ອາເມລິກາ ແລະ ຈີນ ດຳເນີນການເຈລະຈາດ້ານການຄ້າຂັ້ນສູງຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ

(ພາບ:  THX/TTXVN)

ວັນທີ 10 ຕຸລາ, ເມື່ອຕອບສຳພາດຕໍ່ນັກຂ່າວ, ຜູ້ນຳໜ້າພາກສ່ວນພົວພັນກັບສາກົນຢູ່ຫ້ອງການການຄ້າອາເມລິກາ, ທ່ານ Myron Brilliant ໃຫ້ຮູ້ວ່າ, ທ່ານຮອງນາຍົກລັດຖະມົນຕີຈີນ ຫຼຽວເຄືອ, ຜູ້ຕາງໜ້າດ້ານການຄ້າອາເມລິກາ ທ່ານ Robert Lighthize ແລະ ທ່ານລັດຖະມົນຕີກະຊວງການເງິນ Steven Mnuchin ພວມ “ມານະພະຍາຍາມຊອກຫາມາດຕະການແກ້ໄຂ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງໃຫຍ່ກວ່າ ດ້ວຍເລື່ອງບັນລຸໄດ້ຄວາມຄືບໜ້າສຳລັບບັນຫາສຳຜັດຕະຫຼາດ ແລະ ປົກປ້ອງຊັບສິນທາງປັນຍາໃນບາງຂົງເຂດສຳຄັນ”. ທ່ານ Myron Brilliant ກໍ່ສະແດງຄວາມເຊື່ອໝັ້ນວ່າ, ຊ້ຳບໍ່ໜຳ 2 ຝ່າຍອາດຈະບັນລຸໄດ້ບາງຂໍ້ຕົກລົງກ່ຽວກັບດ້ານເງິນຕາ ແລະ ສິ່ງດັ່ງກ່າວຈະຊ່ວຍໃຫ້ອຳນາດການປົກຄອງອາເມລິກາ ຈະບໍ່ຈັດວາງພາສີສຳລັບສິນຄ້າຂອງຈີນ ໃນວັນທີ 15 ຕຸລາ. ຄຳກ່າວປາໄສຂອງທ່ານ Myron Brilliant ຖືກຍົກອອກມາໃນສະພາບບັນດານັກເຈລະຈາອາເມລິກາ ແລະ ຈີນ ໄດ້ເລີ່ມດຳເນີນການເຈລະຈາດ້ານການຄ້າຂັ້ນສູງຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ ດ້ວຍຄວາມຫວັງຢາກແກ້ໄຂບັນດາຄວາມເຄັ່ງຕຶງດ້ານການຄ້າໃຫ້ແກ່ 2 ພື້ນຖານເສດຖະກິດແຖວໜ້າຂອງໂລກ ແລະ ສ້າງຄວາມວິຕົກກັງວົນໃຫ້ບັນດານັກລົງທຶນໃນເວລາກ່ວາ 1 ປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ