ອາເມລິກາ-ຈີນ ເຈລະຈາດ້ານການຄ້າທາງອອນລາຍ

(VOVWORLD) - 2 ຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືດ້ານເສດຖະກິດມະຫາພາກ ແລະ ສຸຂະພາບຂອງວົງຄະນະຍາດ.
ອາເມລິກາ-ຈີນ ເຈລະຈາດ້ານການຄ້າທາງອອນລາຍ - ảnh 1 (ພາບປະກອບ: AFP/TTXVN)

ວັນທີ 08 ພຶດສະພາ, ຈີນ ແລະ ອາເມລິກາ ໄດ້ດຳເນີນການເຈລະຈາດ້ານການຄ້າທາງອອນລາຍ ໂດຍມີການເຂົ້າຮ່ວມຂອງທ່ານ ຫຼຽວເຄືອ, ຮອງນາຍົກລັດຖະມົນຕີຈີນ ກັບທ່ານ Robert Lighthizer, ຜູ້ຕາງໜ້າດ້ານການຄ້າອາເມລິກາ ແລະ ທ່ານ Steven Mnuchin, ລັດຖະມົນຕີການເງິນ. 2 ຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືດ້ານເສດຖະກິດມະຫາພາກ ແລະ ສຸຂະພາບຂອງວົງຄະນະຍາດ.

        ກະຊວງການຄ້າຈີນ ໃຫ້ຮູ້ວ່າ, ທີ່ການເຈລະຈາດັ່ງກ່າວ, 2 ຝ່າຍກໍ່ໄດ້ເປັນເອກະພາບກັນວ່າ ຈະສົມທົບກັນເພື່ອສ້າງສະພາບແວດລ້ອມສະດວກ ໃຫ້ແກ່ການປະຕິບັດຂໍ້ຕົກລົງດ້ານການຄ້າໄລຍະທີ 1, ເຊິ່ງບັນລຸໄດ້ໃນຕົ້ນປີນີ້. 2 ຝ່າຍກໍ່ເຫັນດີຮັກສາການຕິດຕໍ່ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ