ອາເມລິກາຈະພິຈາລະນາບາງຂໍ້ຍົກເວັ້ນກ່ຽວຂ້ອງເຖິງຄຳສັ່ງລົງໂທດອີຣານ
(VOVWORLD) -ອາເມລິກາ ຢາກຫຼີກລ້ຽງການກໍ່ຄວາມວຸ້ນວາຍໃນບັນດາຕະຫຼາດນ້ຳມັນທົ່ວໂລກ ເມື່ອຈັດວາງບັນດາຄຳສັ່ງລົງໂທດແນໃສ່ອີຣານ ຄືນໃໝ່ ແລະ ໃນບາງກໍລະນີສະເພາະຈະພິຈາລະນາຍົກເວັ້ນສຳລັບບັນດາປະເທດຕ້ອງໃຊ້ເວລາເພື່ອຫຼຸດຜ່ອນປະລິມານນ້ຳມັນນຳເຂົ້າຈາກອີຣານ.
ທ່ານລັດຖະມົນຕີກະຊວງການເງິນອາເມລິກາ Steven Mnuchin
(ພາບ: AFP/TTXVN)
|
ຕາມຖະແຫຼງການໃນວັນທີ 16 ກໍລະກົດ ຂອງທ່ານລັດຖະມົນຕີກະຊວງການເງິນອາເມລິກາ Steven Mnuchin ແລ້ວ, ອາເມລິກາ ຢາກໃຫ້ບັນດາປະເທດຫຼຸດຜ່ອນການຊື້ນ້ຳມັນຂອງອີຣານ ລົງລະດັບ 0, ແຕ່ອາເມລິກາ ຈະພິຈາລະນາບາງກໍລະນີຍົກເວັ້ນຖ້າຫາກບັນດາປະເທດດັ່ງກ່າວບໍ່ສາມາດປະຕິບັດໄດ້ວຽກງານນີ້ໂດຍໄວ. ທ່ານໃຫ້ຮູ້ວ່າ, ວໍຊິງຕັນ ຫວັງວ່າ, ບັນດາປະເທດຈະເພີ່ມທະວີບັນດາມາດຕະການລົງໂທດຕໍ່ອາຣານ, ແຕ່ຖ້າຫາກມີບັນດາກໍລະນີພິເສດ ອາເມລິກາ ກໍ່ພ້ອມແລ້ວທີ່ຈະຮັບຟັງ.