ອາເມລີກາຊຸກຍູ້ການຮ່ວມມືປ້ອງກັນຊາດກັບອາຊີ
ລັດຖະມົນຕີກະຊວງປອ້ງກັນປະເທດ ອາເມລິກາ Chuck Hagel
photo:internet
|
(vovworld)- ຕາມແຈ້ງຂ່າວໃນວັນທີ 27/3 ຂອງທຳນຽບ 5 ແຈ່ ໃຫ້ຮູ້ວ່າ: ແຕ່ວັນທີ 1-3/4, ລັດຖະມົນຕີກະຊວງປອ້ງກັນປະເທດ ອາເມລິກາ Chuck Hagel ຈະເຂົ້າຮ່ວມກງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດ ອາຊຽນ ຢູ່ ລັດ Hawaii ສະຫະລັດ ອາເມລິກາ ແລະ ຈະພົບປະກັບບັນດາເຈົ້າຫນ້າທີ່ປ້ອງກັນປະເທດບັນດາປະເທດອາຊີ. ນອກຈາກບັນຫາຮ່ວມມືປ້ອງກັນຄວາມສະຫງົບ, ກອງປະຊຸມ ຈະສຸມໃສ່ປຶກສາຫາລືບັນດາມາດຕະການບັນເທົາໄພທຳມະຊາດ, ຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການທະຫານ ແລະ ພົນລະເຮືອນ. ນີ້ກໍເປັນຄັ້ງທຳອິດບັນດາປະເທດ ອາຊຽນ ຈັດຕັ້ງກອງປະຊຸມລັດຖະມົນຕີກະຊວງປອ້ງກັນປະເທດຢູ່ ອາເມລິກາ.