ອາເມລິກາຍົກເລີກສ່ວນໜຶ່ງຄຳສັ່ງຫ້າມຂາຍອາວຸດ ໃຫ້ແກ່ຫວຽດນາມ
(ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ
ແລະ ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry)
(vovworld) – ວັນທີ 03/10, ສຳນັກຂ່າວສານ AP ໃຫ້ຂ່າວວ່າ, ອາເມລິກາ ໄດ້ຍົກເລີກສ່ວນໜຶ່ງຄຳສັ່ງຫ້າມຂາຍອາວຸດເຂັ່ນຂ້າໃຫ້ແກ່ຫວຽດນາມ. ແຈ້ງຂ່າວຖືກຍົກອອກມາ ພາຍຫຼັງການພົບປະລະຫວ່າງທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ, ໂຄສົກກະຊວງການຕ່າງປະເທດອາເມລິກາ ທ່ານນາງ Jen Psaki ໃຫ້ຮູ້ວ່າ, ອາເມລິກາ ຈະອະນຸຍາດຂາຍບັນດາອຸປະກອນປ້ອງກັນຄວາມສະຫງົບໃຫ້ການເດີນທະເລ ແລະ ການຕິດຕາມກວດກາໃຫ້ແກ່ຫວຽດນາມ ບົນພື້ນຖານພິຈາລະນາແຕ່ລະກໍລະນີ. ທ່ານນາງ Jen Psaki ເວົ້າວ່າ, ອາເມລິກາ ຈະສືບຕໍ່ເພີ່ມທະວີການປ້ອງກັນຄວາມສະຫງົບກັບຫວຽດນາມ.
ອາເມລິກາໄດ້ຈັດວາງຄຳສັ່ງຫ້າມຂາຍອາວຸດໃຫ້ຫວຽດນາມ ແຕ່ປີ 1984.