ອາເມລິກາປະກາດບັນຊີລາຍຊື່ບັນດາປະເພດສິນຄ້າຂອງຈີນ ໄດ້ຖືກຍົກເວັ້ນຈັດວາງອັດຕາພາສີ 10%

(VOVWORLD) -ວັນທີ 16 ສິງຫາ, ຫ້ອງການຜູ້ຕາງໜ້າດ້ານການຄ້າອາເມລິກາ ໄດ້ປະກາດບັນຊີລາຍຊື່ສະບັບສົນບູນກ່ຽວກັບບັນດາປະເພດສິນຄ້າທີ່ໄດ້ຍົກອອກຈາກແຜນການຈັດວາງອັດຕາພາສີ 10% ສຳລັບປະລິມານສິນຄ້າທີ່ມີມູນຄ່າ 300 ຕື້ USD ທີ່ນຳເຂົ້າຈາກຈີນ.

ຕາມຂໍ້ມູນຈາກກົມສະຖິຕິປະຊາກອນອາເມລິກາ ແລ້ວ, ບັນຊີລາຍຊື່ໃໝ່ນີ້ລວມມີ 44 ປະເພດສິນຄ້າທີ່ນຳເຂົ້າ ເຊິ່ງມີມູນຄ່າປະມານ 7,8 ຕື້ USD, ໃນນັ້ນລວມມີທັງບາງພາກສ່ວນທາດເຄມີທີ່ໄດ້ນຳໃຊ້ເຂົ້າໃນການຜະລິດເຄື່ອງໃຊ້ທີ່ເຮັດດ້ວຍຢາງປລາດສະຕິກ, modem, router ທີ່ຜະລິດຢູ່ຈີນ, ເຊິ່ງເຄີຍຖືກຈົດໃສ່ໃນບັນຊີລາຍຊື່ສິນຄ້າທີ່ມີມູນຄ່າ 200 ຕື້ USD ຕ້ອງເສຍພາສີ 25% ກ່ອນໜ້ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ