ອາເມລິກາຢຸດຕິບັນດາການຊ້ອມຮົບຮ່ວມທີ່ມີການຄັດເລືອກກັບສເກົາຫລີໂດຍບໍ່ມີການກຳນົດເວລາ
(VOVWORLD) -ອາເມລິກາໄດ້ຕົກລົງຢຸດຕິ ການຊ້ອມຮົບຮ່ວມທີ່ມີການຄັດເລືອກກັບ ສ ເກົາຫລີ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ບັນດາການເຈລະຈາປອດນິວເຄຼຍໃນແຫລມເກົາຫລີ.
ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ James Mattis.
ພາບ: AFP/TTXVN
|
ວັນທີ 22 ມິຖຸນາ ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ອອກຖະແຫລງການຢຸດຕິບັນດາການຊ້ອມຮົມຮ່ວມທີ່ມີການຄັດເລືອກ ໃນນັ້ນ ມີການຊ້ອມຮົບ ຜູ້ພິທັກເສລີ Ulchi ພ້ອມກັບ 2 ບັ້ນການຊ້ອມຮົມຕາມໂຄງການແລກປ່ຽນທະຫານເຮືອສູ້ຮົບທາງບົກ ກັບ ສເກົາຫລີ ຕາມແຜນການແມ່ນດຳເນີນໃນວັນທີ 3 ກໍລະກົດຈະມາເຖິງ.
ໃນວັນດຽວກັນ, ປະທານາທິບໍດີ ອາເມລິກາ Donald Trump ໄດ້ຕົກລົງແກ່ຍາວບັນດາຄຳສັ່ງລົງໂທດ ສປປ ເກົາຫລີ ອີກປີຫນຶ່ງ ດ້ວຍສາຍເຫດນາບຂູ່ “ຜິດປົກກະຕິ” ຈາກໂຄງການອາວຸດນິວເຄຼຍຂອງປະເທດນີ້.