ອາເມລິກາຢືນຢັນການສະໜັບສະໜູນນະໂຍບາຍ“ປະເທດຈີນໜຶ່ງດຽວ”

ອາເມລິກາຢືນຢັນການສະໜັບສະໜູນນະໂຍບາຍ“ປະເທດຈີນໜຶ່ງດຽວ” - ảnh 1
ທ່ານ Donald Trump ແລະ​ ທ່ານ​ນາງ ທາຍ​ອິງວວນ
(ພາບ​ປະ​ກອບ: Hongkongfp.com)

(vovworld) ​- ​ພາຍ​ຫຼັງ​ທີ່​ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີຜູ້ຊະ​ນະ​​​ໃນ​ການ​ເລືອກ​ຕັ້ງ​ອາ​ເມ​ລິ​ກາ ​ມີ​ການ​ໂອ້​ລົ​ມ​ທາງ​ໂທ​ລະ​ສັບ​ກັບ​ການ​ນຳ​ໄຕ​ຫວັນ (ຈີນ) ທາຍ​ອິງວວນ, ວັນ​ທີ 02/12, ທຳ​ນຽບ​ຂາວ​ໄດ້​ອອກ​ຖະ​ແຫຼງ​ການຢື​ນ​ຢັນ​ຄືນ​ໃໝ່​ຫຼັກ​ໝັ້ນ​ຂອງວໍ​ຊິ​ຕັນ ທີ່ສະ​ໜັບ​ສະ​ໜູນ​ນະ​ໂຍ​ບາຍ “ປະ​ເທດຈີນ​ໜຶ່ງ​ດຽວ”. ໂຄ​ສົກ​ສະ​ພາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ອາ​ເມ​ລິ​ກາ, ທ່ານ​ນາງ Emily Horne ເນັ້ນ​ໜັກ​ວ່າ, ບໍ່​ມີ​ການ​ປ່ຽນ​ແປງ​ໃດໆ​ໃນ​ນະ​ໂຍ​ບາຍ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ອາ​ເມ​ລິ​ກາ ສຳ​ລັບ​ບັນ​ຫາ​ໄຕ​ຫວັນ. ການ​ພົວ​ພັນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ລະ​ຫວ່າງ 2 ຊ່ອງ​ທະ​ເລ ໄຕ​ຫວັນ ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ກໍ​ແມ່ນ​ບັນ​ດາ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ອາ​ເມ​ລິ​ກາ.

        ເລື່ອງ​ວັນ​ທີ 02/12, ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີຜູ້ຊະ​ນະ​​​ໃນ​ການ​ເລືອກ​ຕັ້ງ​ອາ​ເມ​ລິ​ກາ ໂທ​ລະ​ສັບ​ກັບ​ການ​ນຳ​ໄຕ​ຫວັນ (ຈີນ) ທາຍ​ອິງວວນ ໄດ້​ຮັບ​ຂໍ້​ສັງ​ເກດ​ວ່າ​​ເປັນໄພ​ກໍ່​ຄວາມ​ແຕກ​ແຫງ​​ຢ່າງ​ຮ້າຍ​ແຮງ​ກັບ​ຈີ​ນ.

        ​ຕາມ​ເຈົ້າ​ໜ້າ​ທີ່​ຂັ້​ນ​ສູງ​ຂອງ​ອຳ​ນາດ​ການ​ປົກ​ຄອ​ງ, ​ທຳ​ນຽບ​ຂາວ ບໍ່​ໄດ້​ຮັບ​ແຈ້ງ​ຂ່າວ​ກ່ຽວ​ກັບ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ຂອງ​ທ່ານ Donald Trump ກ່ອນ​ທີ່​​ດຳ​ເນີນ. ປະ​ຈຸ​ບັນ, ລັດ​ຖະ​ບານ​ຈີນ ​ບໍ່​ທັນ​​ມີ​ການ​ວິ​ຈານໃດ​ໆ​ກ່ຽວ​ກັບ​ເຫດ​ການນີ້ເທື່ອ.

ຂ່າວ/ບົດ​ອື່ນ