ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ
|
(vovworld) – ວັນທີ 28/1/2015, ເມື່ອຕອບສຳພາດນັກຂ່າວກ່ຽວກັບສະພາບການຊາວ ຫວຽດນາມ ຢູ່ພາກຕາເວັນອອກ ຢູແກຼນ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ ໃຫ້ຮູ້ວ່າ: ຍ້ອນສະພາບການຢູ່ບາງເຂດທາງທິດຕາເວັນອອກຢູແກຼນ ມີການຜັນແປສັບສົນໃໝ່, ກະຊວງການຕ່າງປະເທດ ຊີ້ນຳໃຫ້ສະຖານທູດ ຫວຽດນາມ ປະຈຳ ຢູແກຼນ ຕິດຕາມກວດກາຢ່າງແໜ້ນແຟ້ນ, ປະຕິບັດບັນດາມາດຕະການຮັບປະກັນຄວາມສະຫງົບ, ປອດໄພໃຫ້ແກ່ປະຊາຄົມຊາວ ຫວຽດນາມ ຢູ່ທີ່ນີ້, ຍົກຍ້າຍພົນລະເມືອງ ຫວຽດນາມ ອອກຈາກເຂດອັນຕະລາຍໂດຍໄວ. ມາຮອດປະຈຸບັນ, ຍັງບໍ່ທັນມີຂໍ້ມູນຂ່າວສານກ່ຽວກັບພົນລະເມືອງ ຫວຽດນາມ ຖືກຜົນຮ້າຍຍ້ອນບັນດາການຜັນແປຢູ່ບາງເຂດຢູ່ພາກຕາເວັນອອກ ຢູແກຼນ.
ສະຖານທູດ ຫວຽດນາມ ປະຈຳ ຢູແກຼນ ກໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາສະມາຄົມຊາວ ຫວຽດນາມ ຢູ່ບັນດາທ້ອງຖິ່ນແກ້ໄຂບັນດາຄວາມຮຽກຮ້ອງໜູນຊ່ວຍເມື່ອມີການຜັນແປບໍ່ເປັນປົກກະຕິຢ່າງທັນການ, ຫັນຊີວິດການເປັນຢູ່ຢູ່ເຂດປອດໄພເປັນປົກກະຕິ, ຊ່ວຍເຫຼືອພໍ່ແມ່ປະຊາຊົນມີຄວາມຕ້ອງການກັບເມືອປະເທດຢ່າງຮີບດ່ວນ.