ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ການເລືອກຕັ້ງສະພາແຫ່ງຊາດຊຸດທີ XV ຢ່າງສຸດຂີດ

(VOVWORLD) -ສຸມໃສ່ກຳແໜ້ນສະພາບການ, ກວດພົບທຸກກົນອຸບາຍ, ແນວຄິດຫວັງມ້າງທຳລາຍການເລືອກຕັ້ງຂອງບັນດາກຳລັງທີ່ເປັນປໍລະປັກໂດຍໄວ.
ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ການເລືອກຕັ້ງສະພາແຫ່ງຊາດຊຸດທີ XV ຢ່າງສຸດຂີດ - ảnh 1(ທ່ານພົນຕີ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ)

ຕອນບ່າຍວັນທີ 15 ເມສາ, ຢູ່ຮ່າໂນ້ຍ, ອະນຸກຳມະການຄວາມສະຫງົບປອດໄພການເລືອກຕັ້ງສະມາຊິກສະພາແຫ່ງຊາດຫວຽດນາມ ຊຸດທີ XV ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ໄດ້ຈັດວາລະປະຊຸມຄັ້ງທີ 4 ເພື່ອສຳຫຼວດກວດກາ, ຕີລາຄາວຽກງານຂອງອະນຸກຳມະການຢ່າງຮອບດ້ານ ພາຍຫຼັງວາລະປະຊຸມຄັ້ງທີ 3 ແລະ ຜັນຂະຫຍາຍທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານພົນຕີ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ, ຫົວໜ້າອະນຸກຳມະການ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກຂອງອະນຸກຳມະການ, ບັນດາຫົວໜ່ວຍຕຳຫຼວດ, ທ້ອງຖິ່ນ ສືບຕໍ່ສຳຫຼວດກວດກາ, ເພີ່ມເຕີມ, ສ້າງບັນດາແຜນການ, ທິດທາງໃຫ້ສົມບູນແບບ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ການເລືອກຕັ້ງ, ບໍ່ປະໃຫ້ເກີດສິ່ງກະທັນຫັນ… ພ້ອມກັນນັ້ນຕ້ອງສຸມໃສ່ກຳແໜ້ນສະພາບການ, ກວດພົບທຸກກົນອຸບາຍ, ແນວຄິດຫວັງມ້າງທຳລາຍການເລືອກຕັ້ງຂອງບັນດາກຳລັງທີ່ເປັນປໍລະປັກໂດຍໄວ. ພ້ອມກັນນັ້ນ, ສືບຕໍ່ປະຕິບັດການປາບປາມອາດຊະຍາກຳ, ປ້ອງກັນ ສະກັດກັ້ນຊາວຕ່າງປະເທດເຂົ້າເມືອງຫວຽດນາມ ຢ່າງຜິດກົດໝາຍ, ປະກອບສ່ວນສະກັດກັ້ນຄວາມສ່ຽງເກີດໂລກລະບາດຈາກຕ່າງປະເທດເຂົ້າໃນປະເທດ ສົ່ງຜົນສະທ້ອນເຖິງການເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ