ຮັບປະກັນສິດຊົມໃຊ້ຂໍ້ມູນຂ່າວສານຂອງພົນລະເມືອງ

ຮັບປະກັນສິດຊົມໃຊ້ຂໍ້ມູນຂ່າວສານຂອງພົນລະເມືອງ - ảnh 1
ບັນ​ດາ​ ສ.ສ.ຊ ປຶກ​ສາ​ຫາ​ລື​ຢູ່​ຕາມ​ໜ່ວຍ
(baoquochoi)


(vovworld)-       ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຊົມ​ໃຊ້​ຂໍ້​ມູນ​ຂ່າວ​ສານ​ໃນ​ວາ​ລະ​ປະ​ຊຸມ​ສະ​ພາ​ແຫ່ງ​ຊ​າດ​ເມື່ອ​ຕອນ​ບ່າຍວັນ​ທີ 24/3, ບັນ​ດາ​ ສ.ສ.ຊ ໄດ້​ຢືນ​ຢັນສິດຊົມ​ໃຊ້​ຂໍ້​ມູນ​ຂ່າວ​ສານແມ່ນ​ສິດ​ທິ​ມະ​ນຸດ, ສິດ​ອັນ​ເປັນ​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງ, ສ້າງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ລັດ, ເປັນ​ຕົ້ນ​ແມ່ນ​ໃນ​ໄລ​ຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ. ທ່ານ ເຈີນ​ຫງອກວິງ ສ.ສ.ຊ ນະ​ຄອນ​ຫາຍ​ຟ່ອງ ຖື​ວ່າ :

    “ ຫົວ​ໜ່ວຍ, ສ່ວນ​ບຸກ​ຄົນ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານແມ່ນ​​ໄດ້ເປີດ​ກ້​ວາງ​ຂໍ້​ມູນ​ຂ່າວ​ສານ, ມີ​ການ​ເປີດ​ເຜີຍ, ຈະ​ແຈ່ງ​ແຈ້ງ ແມ່ນ​ຈະ​ສາ​ມາດປ້ອງ​ກັນ ແລະ ຕ້ານ​ສໍ້​ລາດ​ບັງຫຼວງ, ການ​ຟຸມ​ເຟື່ອຍ, ຄວາມ​ຜິດ​ພາດ. ເພາະ​ການ​ເປີດ​ເຜີຍຂໍ້​ມູນ​ຂ່າວ​ສານແມ່ນ​ມາດ​ຕະ​ການ​ເປັນ​ຂໍ້​ກຸນ​ແຈ ປະ​ຕິ​ບັດຫຼັກ​ການ​ປະ​ຊາ​ຊົນ​ຮູ້, ປະ​ຊາ​ຊົນ​ເຮັດ, ປະ​ຊາ​ຊົນ​ກວດ​ກາ ”

      ກ່ຽວ​ກັບ​ເປົ້າ​ໝາຍ​ທີ່​ໄດ້​ຮັບ​ການ​ສະ​ໜອງຂໍ້​ມູນ​ຂ່າວ​ສານ, ທ່ານ​ເຈື່ອງຈ້ອງ​ເງ້ຍ, ສ.ສ.ຊ ນະ​ຄອນ​ໂຮ່​ຈິ​ມິນ ມີ​ຄຳ​ເຫັນ​ວ່າ : 

   “ ນີ້​ແມ່ນ​ສິດ​ຂອງ​ມະ​ນຸດ, ດັ່ງ​ນັ້ນ​ເປົົ້າ​ໝາຍ​ຊົມ​ໃຊ້ ຂໍ້​ມູນ​ຂ່າວ​ສານ ບໍ່​ພຽງ​ແຕ່​ແມ່ນ​ຊາວ​ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຊາວ​ຕ່າງ​ເທດອີກ​ດ້ວຍ. ຢູ່ນີ້​ພວກ​ເຮົາ​ພຽງ​ກຳ​ນົດ ຊາວ​ຕ່າງ​ປະ​ເທດ​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ຫວຽດ​ນາມ. ແຕ່​ກໍ​ຍັງ​ມີ​ຊາວ​ຕ່າງ​ປະ​ເທດຫຼາຍ​ຄົນ​ຢູ່​ຕ່າງ​ປະ​ເທດ ກໍ​ຫວັງ​ຢາກ​ໄດ້​ຮັບ ຂໍ້​ມູນ​ຂ່າວ​ສານ ​ຈາກ​ຫວຽດ​ນາມເພື່ອ​ລົງ​ທຶນ, ທຳ​ມາ​ຄ້າ​ຂາຍ. ພວກ​ຂ້າ​ພະ​ເຈົ້າສະ​ເໜີ​ຄວນ​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ໃນ​ກົດ​ໝາຍ ”
ຂ່າວ/ບົດ​ອື່ນ