ຮູບເງົາເລື່ອງ “ຜູ້ຮ່ວມງານ” - ຂອງຂວັນ ທີ່ມີຄວາມໝາຍແຫ່ງການພົວພັນຫວຽນາມ - ຍີ່ປຸ່ນ

ຮູບເງົາເລື່ອງ “ຜູ້ຮ່ວມງານ” - ຂອງຂວັນ ທີ່ມີຄວາມໝາຍແຫ່ງການພົວພັນຫວຽນາມ - ຍີ່ປຸ່ນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຮາ​ຍ
ເຂົ້າຮ່ວມພິທີ​ສະ​ເໜີຮູບ​ເງົາ​ເລື່ອງ “ຜູ້​ຮ່ວມ​ງານ”
(ພາບ: chinhphu.vn)


(vovworld) - ພິທີ​ສະ​ເໜີຮູບ​ເງົາ​ເລື່ອງ “ຜູ້​ຮ່ວມ​ງານ” ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ຍີ່ປຸ່ນ ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 16 ກັນຍາ, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຮາ​ຍ ຕີ​ລາຄາ​ວ່າ ຮູບ​ເງົາ​ເລື່ອງ “ຜູ້​ຮ່ວມ​ງານ” ​ເວົ້າ​​ເຖິງ​ນ້ຳ​ໃຈ​ເພື່ອນ​ມິດ​ພິ​ເສດ​ລະຫວ່າງນັກ​ປະຕິວັດ​ຜູ້​ຮັກ​ຊາດ ຟານ​ໂບ້ຍ​ເຈົາ ​ແລະ ທ່ານໝໍ​ຍີ່ປຸ່ນ Asaba Sakitaro ​ແມ່ນ​ຂອງຂວັນ​ທີ່ມີ​ຄວາມ​ໝາຍ​ໃນ​ການ​ພົວພັນ​ມິດຕະພາບທີ່ໄດ້​ຮັບ​ການ​ປັບປຸງ ​ແລະ ຍູ້​ແຮງ​ການ​ຮ່ວມ​ມື​ຢ່າງເລີດ​ເຊິ່ງ, ກວ້າງຂວາງ​ໃນ​ຫຼາຍ​ຂົງ​ເຂດ​ໃນ​ຕະຫຼອດ 40 ປີ​ຜ່ານ​ມາ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ. ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ​ແລ້ວ, ຮູບ​ເງົາ​ເລື່ອງ “ຜູ້​ຮ່ວມ​ງານ” ​ໄດ້ຊ່ວຍ​ໃຫ້​ຜູ້​ຊົມຂອງ 2 ປະ​ເທດມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກກ່ຽວ​ກັບ​ສາຍ​ພົວພັນ​ອັນ​ອົບ​ອຸ່ນ ​ແລະ ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ​ໃນ​ປະຈຸ​ບັນ ​ບໍ່​ພຽງ​ແຕ່​ແມ່ນ​ໝາກຜົນ​ຂອງ 40 ປີ​ເທົ່າ​ນັ້ນ, ຫາກຍັງ​ແມ່ນ​ການ​ເພີ່ມ​ພູນ​ຄຸນ​ສ້າງຂອງ​ລຸ່ນພໍ່, ລຸ່ນອ້າຍ​ໃນ​ເມື່ອ​ກອນອີກ​ດ້ອຍ, ພາ​ໃຫ້​ຜູ້ຊົມ​ມີ​ວິ​ໄສ​ທັດ​ທີ່​ມີ​ຊີວິດ​ຊີວາ ​ແລະ ​​ແທ້​ຈິງ​ກ່ຽວ​ກັບ​ສາຍ​ໃຈ​ເພື່ອນ​ມິດ​ອັນ​ສູງ​ສົ່ງ​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ