ຮັບເອົາຄຳເຫັນທີ່ປະກອບໃຫ້ຮ່າງລັດຖະທຳມະນູນສະບັບປັບປຸງປີ 1992

ຮັບເອົາຄຳເຫັນທີ່ປະກອບໃຫ້ຮ່າງລັດຖະທຳມະນູນສະບັບປັບປຸງປີ 1992  - ảnh 1
ການ​ເຈລະຈາ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ ​
ການ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ ລັດຖະທຳ​ມະນູນ​ສະບັບ​ປັບ​ປຸງປີ 1992
(ພາບ: chinhphu.vn)

(vovworld) – ວັນ​ທີ 23/1, ຢູ່ຮ່າ​ໂນ້ຍ, ປະຕູ​ຖານ​ເອ​ເລກ​ໂຕ​ນິກຂອງ​ລັດຖະບານ ​ໄດ້​ຈັດການ​ເຈລະຈາ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ ​ແນ​ໃສ່​ສະໜອງ​ຂໍ້​ມູນ ​ເພື່ອ​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ເຂົ້າ​ຮ່ວມ​ການ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບ​ປຸງປີ 1992. ຕອບ​ຄຳ​ຖານ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ໃໝ່​ໃນຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບ​ປຸງປີ 1992, ທ່ານ​ຮອງ​ຫົວໜ້າກຳມາ​ທິການ​ເສດຖະກິດ​ສະພາ​ແຫ່ງ​ຊາດ ຫງວຽນ​ວັນ​ຟຸກ ​ເນັ້ນ​ໜັກ​ວ່າ, ຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ຕາມ​ທິດ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ ຕາມ​ຫຼັກການ​ສິດ​ອຳນາດ​ທັງ​ໝົດ​ຂອງ​ລັດ ​​ແມ່ນ​ຂຶ້ນ​ກັບ​ປະຊາຊົນ. ກ່ຽວຂ້ອງ​ເຖິງ​ບັນຫາ​ນີ້, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຮ່ວາງ​ເທ໋ລຽນ ​ໃຫ້​ຮູ້​ວ່າ: ຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງປີ 1992 ຢືນຢັນ​ວ່າ ລັດ​ຫວຽດນາມ​ ແມ່ນ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ, ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ, ສິດ​ອຳນາດ​ຂອງ​ລັດ​ແມ່ນ​ເອກະ​ພາບ, ມີ​ການ​ແບ່ງ​ງານ, ສົມທົບ​ກັນ ​ແລະ ມີ​ການ​ກວດກາ​ລະຫວ່າງ​ບັນດາ​ອົງການ​ນິຕິບັນຍັດ, ອົງການປະຕິບັດ​ກົດໝາຍ ​ແລະ ອົງການຍຸຕິ​ທຳ. ຮ່າງ​ລັດຖະທຳ​ມະນູນ​ໄດ້​ກຳນົດ​ສິດ​ອຳນາດ​ຂອງ​ແຕ່​ລະ​ອົງການ​ໃນ​ກົງຈັກ​ລັດ, ກຳນົດ​ສາຍ​ພົວພັນ​ລະຫວ່າງ​ບັນດາ​ອົງການ, ຍົກ​ສູງ​ສິດ​ປະຊາທິປະ​ໄຕ​​ໂດຍ​ກົງ​ຂອງ​ປະຊາຊົນ, ​ສິດ​ສ້າງ​ສະມາຄົມ ​ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ຮ່ວມ​ການ​ກວດກາ​ສິດ​ອຳນາດ​ຂອງ​ລັດ; ສືບ​ຕໍ່​ຢັ້ງຢືນ​ຫຼັກການ​ມະຫາ​ສາມັກຄີ, ​ແນວ​ໂຮ​ມປະ​ເທດ​ຊາດ​ມີ​ບົດບາດ​ໜ້າ​ທີ່​ຕິດຕາມ​ກວດກາ ​ໄຈ​ແຍກ​ ຕີ​ລາຄາ​ບັນຫາ​ສັງຄົມ​ກັບ​ບັນດາ​ອົງການ​ຂອງ​ລັດ.

ຂ່າວ/ບົດ​ອື່ນ