ຮອງນາຍົກລັດຖະ ມົນຕີຫວູ໋ວັນນິງ ຢ້ຽມຢາມ ອາເມລິກາ

( vovworld ) - ໃນຂອບເຂດການຢ້ຽມຢາມອາເມລິກາ, ວັນທີ 9 ກຸມພາ ຕາມເວລາທ້ອງຖິ່ນ, ທ່ານຮອງນາຍົກລັດຖະມົນຕີ ຫວູ໋ວັນນິງ ມີການພົບປະກັບບັນດາ ເຈົ້າໜ້າທີ່ສະພາແຫ່ງຊາດອາ​ເມ​ລິ​ກາ, ທະນາຄານ​ໂລກ, ກອງ​ທຶນ​ເງິນຕາ​ສາກົນ… ກ່ອນ​ໜ້ານັ້ນ, ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 8/2, ທ່ານຮອງນາຍົກລັດຖະມົນຕີ ຫວູ໋ວັນນິງ​ໄດ້​ໄປ​ຢ້ຽມຢາມ​ພະນັກງານ, ພາລະ​ກອນ​ສະຖານທູດ​ຫວຽດນາມ​ປະຈຳ​ນະຄອນ ຫຼວງວໍ​ຊິງ​ຕັນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ, ທ່ານຮອງນາຍົກລັດຖະມົນຕີ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະຖານທູດ ​ແລະ​ ບັນດາ​ອົງການ​ຜູ້ຕາງໜ້າ​ຫວຽດນາມ​ປະຈຳ​ອາ​ເມ​ລິ​ກາ ​ແລະ​ຖື​ວ່າ ຜົນງານ​ນີ້​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ຫວຽດນາມ​ພວມ​ປະຕິບັດ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ​ໃນ​ນັ້ນມີ​ມາດ​ຕະການ​ສຳຄັນ​ ນັ້ນແມ່ນ​ຫລຸດຜ່ອນ​ການ​ລົງທຶນ​ຂອງ​ລັດ​ແຕ່​ເພີ່ມ​ການ​ລົງທຶນ​ຂອງ​ທົ່ວ​ສັງຄົມ

ຮອງນາຍົກລັດຖະ ມົນຕີຫວູ໋ວັນນິງ ຢ້ຽມຢາມ ອາເມລິກາ  - ảnh 1

ຮອງນາຍົກລັດຖະມົນຕີ ຫວູ໋ວັນນິງ

(ພາບ:express.vn)

ຂ່າວ/ບົດ​ອື່ນ