ຮອງນາຍົກລັດຖະມົນຕີ Hoang Trung Hai ພົບປະກັບຮອງນາຍົກລັດຖະມົນຕີ ຈີນ

ຮອງນາຍົກລັດຖະມົນຕີ Hoang Trung Hai       ພົບປະກັບຮອງນາຍົກລັດຖະມົນຕີ ຈີນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai
ພົບ​ປະແລກປ່ຽນຄຳເຫັນກັບ
ທ່ານ​ຮອງ​ນາຍົກລັດຖະມົນຕີ ຈີນ ຫລີ​ເກ​ຢັງ
ພາບ: chinhphu.vn

(vovworld) -  ຕອນ​ບ່າຍ​ວັນ​ທີ 31/3, ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​​ເວທີ​ປາ​ໄສ​    ​ປົວຢາ​ວປີ 2012 ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 1-3/4 ຢູ່​ໄຮ່​ໜານ​ ປະ​ເທດ ຈີນ, ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຈີນ ຫລີ​ເກ​ຢັງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຈີນ ​ໄດ້​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ເລື່ອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ນຳ​ຫນ້າ​ຄະນະ​ຜູ້​ແທນ​ລັດຖະບານ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ ປົວຢາ​ວປີ 2012 ​ແລະ ຖື​ວ່າ: ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສຳຄັນ​ສະ​ແດງ​ໃຫ້​ເຫັນວ່າ: ​​ລັດຖະບານ​ຫວຽດນາມ ຖື​​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດຖະກິດ​ພາກ​ພື້ນ​ເວົ້າ​ລວມ ​ແລະ ການ​ພົວພັນ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ ຫວຽດນາມ ຈີນ ​ເວົ້າ​ສະ​ເພາະ ເປັນ​ສຳຄັນ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຈີນ ​ຫລີ​ເກ​ຢັງ ຢືນຢັນ​ວ່າ : ລັດຖະບານ ຈີນ ຖື​ການ​ພັດທະນາ​ການ​ພົວພັນ​ຖາ​ນບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ​ ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ​ເປັນ​ສຳຄັນ.

ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai  ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫລີ​ເກ​ຢັງ ​ເຫັນ​ດີ​ສືບ​ຕໍ່​ຮັກສາ​ບັນດາ​ການ​ຢ້ຽມຢາມ ​ແລະ ພົບ​ປະ​ຂັ້ນ​ສູງ.

ກ່ຽວ​ກັບ​ບັນຫາ​ບົນທະ​ເລ,​ ທ່ານ​ຮອງ​ນາຍົກລັດຖະ​ມົນຕີ Hoang Trung Hai ​ເນັ້ນ​ຫນັກ​ວ່າ ສອງ​ຝ່າຍ​ຄວນ​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ ​ແລະ ຂໍ້​ຕົກລົງ​ບັນດາ​ຫລັກການ​ພື້ນຖານ​ຊີ້​ນຳ​ການ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ ລະຫວ່າງ ຫວຽດນາມ ​ແລະ ຈີນ ​ໃຫ້​ສົມ​ເຫດ​ສົມ​ຜົນ.

ຂ່າວ/ບົດ​ອື່ນ