ຮອງນາຍົກລັດຖະມົນຕີ ຝ້າມບິງມິນ ລົງເຮັດວຽກຢູ່ແຂວງໄຕນິງ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຝ້າມບິງມິນ ເຮັດວຽກກັບການນຳແຂວງໄຕນິງ |
(vovworld)- ວັນທີ 13/4, ໃນການລົງປະຕິບັດງານຢູ່ແຂວງໄຕນິງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຝ້າມບິງມິນ ໄດ້ໄປສຳຫຼວດສະພາບການຜັນຂະຫຍາຍຮູບແບບກວດກາ “ ປະຕູດຽວ, ປອງດຽວ” ຢູ່ເຂດເສດຖະກິດດ່ານໝົກບ່າຍ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຝ້າມບິງມິນ ຖືວ່າ ແຂວງ ໄຕນິງມີເງື່ອນໄຂຫຼາຍຢ່າງເພື່ອປະຕິບັດຮູບແບບນີ້ ເພາະແມ່ນແຂວງຊາຍແດນພຽງແຂວງດຽວທີ່ມີເສັ້ນທາງເຊື່ອມຕໍ່ອາຊີແລ່ນຜ່ານບໍລິເວນແຂວງ. ເມື່ອລົງຢ້ຽມຢາມປ້ອມປ້ອງກັນຊາຍແດນ ວ່າມຈາງເຈົາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຝ້າມບິງມິນ ໄດ້ຍ້ອງຍໍຊົມເຊີຍພະນັກງານນັກຮົບ ປ້ອມປ້ອງກັນຊາຍແດນ ວ່າມຈາງເຈົາ ໄດ້ມີການເຄື່ອນໄຫວປະສານສົມທົບວຽກງານຮັກສານ້ຳໃຈມິດຕະພາບກັບບັນດາກົມກອງ, ທ້ອງຖິ່ນຂອງກຳປູເຈຍ, ປະກອບສ່ວນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນ.