ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບີງມິງ ຕ້ອນຮັບເອກອັກຄະລັດຖະທູດ ມົງໂກນ

(VOVWORLD) - ຕອນບ່າຍວັນທີ 16 ພະຈິກ, ທີ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ມົງໂກນ D.Bilegdorj.
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບີງມິງ ຕ້ອນຮັບເອກອັກຄະລັດຖະທູດ ມົງໂກນ - ảnh 1  ທ່ານ ຟ້າມບີງມິງ ຕ້ອນຮັບທ່ານ D.Bilegdorj (ພາບ: VGP)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີງມິງ ເນັ້ນໜັກວ່າ: ຫວຽດນາມ ແລະ ມົງໂກນ ແມ່ນ 2 ປະເທດເພື່ອນມິດໄມຕິຈິດທີ່ເປັນມູນເຊື້ອ, ການພົວພັນຮ່ວມມືລະຫວ່າງ 2 ປະເທດໃນໄລຍະຜ່ານມາ ບັນລຸໄດ້ບັນດາຜົນງານທີ່ເປັນໜ້າຊື່ນຊົມ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີງມິງ ເຊື່ອໝັ້ນວ່າ ດ້ວຍປະສົບການ ແລະ ອາລົມຈິດ, ຄວາມສຸດຈິດສຸດໃຈຂອງຕົນ, ທ່ານເອກອັກຄະລັດຖະທູດ ຈະປະຕິບັດພາລະໜ້າທີ່ອັນສູງສົ່ງເປັນຢ່າງດີ, ເສີມຂະຫຍາຍບົດບາດເປັນຂົວຕໍ່ສຳຄັນ, ປະກອບສ່ວນຢ່າງແທດຈິງ ເຂົ້າໃນການພັດທະນາສາຍພົວພັນຮ່ວມມືມິດຕະພາບລະຫວ່າງ 2 ປະເທດ ແລະ ປະຊາຊົນ 2 ປະເທດ.

        ສ່ວນທ່ານເອກອັກຄະລັດຖະທູດ ມົງໂກນ D.Bilegdorj ຢືນຢັນວ່າ: ຈະມານະພະຍາຍາມສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ມົງໂກນ ໃຫ້ນັບມື້ນັບພັດທະນາ ແລະ ບັນລຸໄດ້ຜົນງານໃຫຍ່ຫລວງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ