ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບີ່ງມີງ ເຈລະຈາກັບ ລັດຖະມົນຕີການຕ່າງປະເທດ ສ. ເກົາຫຼີ

(VOVWORLD) - 2 ຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືລະຫວ່າງກະຊວງການຕ່າງປະເທດກ່ວາອີກ, ເສີມຂະຫຍາຍບົດບາດປະສານງານ, ຊຸກຍູ້ບັນດາຂົງເຂດຮ່ວມມືຂອງ 2 ປະເທດ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບີ່ງມີງ ເຈລະຈາກັບ ລັດຖະມົນຕີການຕ່າງປະເທດ ສ. ເກົາຫຼີ  - ảnh 1 ການເຈລະຈາລະຫວ່າງ 2 ຝ່າຍ

ຕອນເຊົ້າວັນທີ 9 ມີນາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມບີ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເຈລະຈາກັບທ່ານນາງ Kang Kyung – hwa, ລັດຖະມົນຕີການຕ່າງປະເທດ ສ. ເກົາຫຼີ ພວມຢູ່ ຢ້ຽມຢາມ ຫວຽດນາມ.

        ທີ່ການເຈລະຈາ, 2 ຝ່າຍໄດ້ທົບທວນຄືນບັນດາຜົນງານພົ້ນເດັ່ນໃນການພົວພັນລະຫວ່າງ 2 ປະເທດໃນໄລຍະຜ່ານມາ, ພິເສດ, ນັບແຕ່ເມື່ອສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດແຕ່ປີ 2009 ມາຮອດປະຈຸບັນ, ເມື່ອແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ  - ສ. ເກົາຫຼີ ຢ່າງເລິກເຊິ່ງ, ກ້ວາງຂວາງ ກໍ່ຄືກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        2 ຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືລະຫວ່າງກະຊວງການຕ່າງປະເທດກ່ວາອີກ, ເສີມຂະຫຍາຍບົດບາດປະສານງານ, ຊຸກຍູ້ບັນດາຂົງເຂດຮ່ວມມືຂອງ 2 ປະເທດ; ນຳການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນພັດທະນາເປັນປົກກະຕິ, ດຸ່ນດ່ຽງ, ໝັ້ນຄົງ, ປັບປຸງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ 2 ປະເທດ, ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ຢືນຢັນວ່າ: ບົນພື້ນຖານຢຶດໝັ້ນແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບແບບ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນເລື່ອງພັດທະນາການພົວພັນກັບ ສ. ເກົາຫຼີ, ປາຖະໜາຢາກພ້ອມກັບ ສ. ເກົາຫຼີ ແບ່ງປັນບົດຮຽນ, ເພີ່ມທະວີການຮ່ວມມືພັດທະນາ, ຊຸກຍູ້ການຄ້າເສລີ, ຮ່ວມສຳພັນພາກພື້ນ, ຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ ແລະ ຢູ່ໃນໂລກ.

        ທ່ານນາງ ລັດຖະມົນຕີກະຊວງການຕ່າງປະເທດ ສ. ເກົາຫຼີ Kang Kyung – hwa ຢືນຢັນວ່າ: ສ ເກົາຫຼີ ພວມຜັນຂະຫຍາຍນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່, ໃນນັ້ນ, ຖື ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມ, ປາດຖະໜາຢາກພັດທະນາການພົວພັນກັບ ຫວຽດນາມ ໃຫ້ເລິກເຊິ່ງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ