ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງ ປະເທດຫວຽດນາມ, ຕ້ອນຮັບລັດຖະມົນຕີຍີ່ປຸ່ນ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງ ປະເທດຫວຽດນາມ, ຕ້ອນຮັບລັດຖະມົນຕີຍີ່ປຸ່ນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິງ​ມິ​ງ
ຕ້ອນຮັບ​ລັດຖະມົນຕີ​ຍີ່ປຸ່ນ
(ພາບ: vietnam.vnanet.vn)


(vovworld) - ທີ່​ການ​ຕ້ອນຮັບ​ໃນຕອນ​ບ່າຍ​ວັນ​ທີ 14/01, ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິນ ​​ແລະ ​ທ່ານລັດຖະມົນຕີ​ຜູ້​ຮັບຜິດຊອບ​ບັນດາ​ຂົງ​ເຂດ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ອາ​ວະ​ກາດ, ທະ​ເລ ​ແລະ ຜືນ​ແຜ່ນ​ດິນ​ຍີ່ປຸ່ນ Yamamoto Ichita ​ໄດ້​ເຫັນ​ດີ​ຮ່ວມ​ມື​ຜັນ​ຂະຫຍາຍຢ່າງມີ​ປະສິດທິ​ຜົນ​ບັນດາ​ຂໍ້​ຕົກລົງ​ສຳຄັນ​ທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ​ຍີ່ປຸ່ນ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດ​ອາ​ຊຽນ - ຍີ່ປຸ່ນ ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢ່າງ​ເປັນທາງ​ການ​ໃນ​ເດືອນ 03/2013.

        ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິງ​ມິ​ງ ສະ​ເໜີ​ໃຫ້ 2 ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນບັນດາ​ຂົງ​ເຂດວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ຫັນ​ເປັນ​ອຸດສາຫະກຳ​ຂອງ​ຫວຽດນາມ ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດນາມ - ຍີ່​ປຸ່ນ... ສ່ວນ​ທ່ານ​ລັດຖະມົນຕີ Yamamoto Ichita ຢືນຢັນ​ວ່າ ຍາມ​ໃດ​ຍີ່ປຸ່ນ ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຫວຽດນາມ ​ແລະ ຈະ​ສືບ​ຕໍ່​ຮ່ວມ​ມື, ໜູນ​ຊ່ວຍ​ຫວຽດນາມ ​ໃນ​ການ​ປະຕິບັດ​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.

        ​ແລະກໍ່​ທີ່​ການ​ຕ້ອນຮັບ, 2 ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ບັນ​ຫາ​ສາກົນ ​ແລະ ພາກ​ພື້ນ ​ເຊິ່ງທັງ 2 ຝ່າ​ຍຕ່າງ​ມີ​ຄວາມ​ສົນ​ໃຈ, ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື, ສົມ​ທັບ​ກັນ​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ​ກວ່າ​ອີກ, ​ແນ​ໃສ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການພັດທະນາ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ