ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຝ້າມບີງມິນຕ້ອນຮັບຮອງລັດຖະມົນຕີການຕ່າງປະເທດ ແອນຊານວາດໍ

(VOVWORLD) -ໂດຍຮັບຄຳເຊີນຈາກກະຊວງການຕ່າງປະເທດຫວຽດນາມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ແອນຊານວາດໍ Carlos Castaneda ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ແລະ ດຳເນີນການທາບທາມການເມືອງຄັ້ງທຳອິດຂັ້ນຮອງລັດຖະມົນຕີການຕ່າງປະເທດຂອງ 2 ປະເທດແຕ່ວັນທີ 28 ຫາວັນທີ 29 ສິງຫາປີ 2017. 
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຝ້າມບີງມິນຕ້ອນຮັບຮອງລັດຖະມົນຕີການຕ່າງປະເທດ ແອນຊານວາດໍ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ແອນຊານວາດໍ Carlos Castaneda 

          ທີ່ການຕ້ອນຮັບຄະນະໃນຕອນບ່າຍວັນທີ 28 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ໄດ້ຕີລາຄາສູງການພົວພັນມິດຕະພາບລະຫວ່າງ 2 ປະເທດ ແລະ ຫວັງວ່າ 2 ປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນໃນບັນດາອົງການສາກົນ ແລະ ເວທີປາໄສຫຼາຍຝ່າຍ, ພ້ອມທັງພັດທະນາການຮ່ວມມືທີ່ນັບມື້ນັບກ້ວາງເລິກກ່ຽວກັບເສດຖະກິດ-ການຄ້າ-ການລົງທຶນ.

      ກ່ອນໜ້ານັ້ນ, ວາລະທາບທາມການເມືອງຄັ້ງທຳອິດຂັ້ນຮອງລັດຖະມົນຕີການຕ່າງປະເທດຂອງ 2 ປະເທດໄດ້ຈັດຂຶ້ນຢູ່ຮ່າໂນ້ຍໃນຕອນເຊົ້າວັນທີ 28 ສິງຫາໂດຍທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຮ່າກິມຫງອກ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ແອນຊານວາດໍ Carlos Castaneda ເປັນປະທານຮ່ວມ.  2 ຝ່າຍເຫັນດີຍົກສູງປະສິດທິຜົນກົນໄກ ທາບທາມການເມືອງລະຫວ່າງ 2 ກະຊວງການຕ່າງປະເທດຂອງ 2 ປະເທດ, ໜູນຊ່ວຍວິສາຫະກິດໄດ້ຊຶມແຊມເຂົ້າຕະຫຼາດຂອງກັນ ແລະ ສ້າງການພົວພັນໂດຍກົງ…

ຕອບກັບ

ຂ່າວ/ບົດ​ອື່ນ