ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງ ໝາກຜົນຂອງ ຂະແຫນງ ຍຸຕິທຳໃນປີ 2011

ຕອນ​ເຊົ້າ​ວັນ​ທີ 6/1 ຢູ່ ຮ່າ​ໂນ້ຍ, ກະຊວງ​ຍຸຕິ​ທຳ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ວຽກ​ງານ​ຕຸລາການ​ປີ 2012. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ຊວນ​ຟູກ ຮອງ​ນາຍົກລັດຖະມົນຕີ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ຂອງ​ຂະ​ແຫນງ​ຍຸຕິ​ທຳ​ໃນ​ປີຜ່ານມາ ພ້ອມ​ທັງ​ຍົກ​ອອກ​ຄຳ​ສະ​ເຫ​ນີຈຳນວນ​ຫນຶ່ງ​ຢ່າງ​ລະອຽດ​ທີ່​ມີ​ຕໍ່​ຂະ​ແຫນງ​ຍຸຕິ​ທຳ​ໃນ​ປີ 2012 ​ເພື່ອ​ສືບ​ຕໍ່​ປ່ຽນ​ໃຫມ່ ​ແລະ ຍົກ​ສູງ​ປະສິດທິ​ຜົນ, ຜົນ​ສັກສິດ​ການ​ບໍລິຫານ​ລັດ​ກ່ຽວ​ກັບ​ດ້ານ​ຕຸລາການ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສ​ະ​ເຫ​ນີວ່າ:

        “ຂ້າພະ​ເຈົ້າ​ສະ​ເຫ​ນີ​ໃຫ້​ຂະ​ແຫນງ​ຍຸຕິ​ທຳ ສະ​ເຫ​ນີ​ໂຄງການ​ດຳ​ເນີນ​ງານ​ຢ່າງ​ລະອຽດ​ກວ່າ ​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ແຜນ​ນະ​ໂຍບາຍ ຊຶ່ງ​ລັດຖະບານ​ໄດ້​ວາງ​ອອກ. ກ້າ​ກັ່ນສະ​ເຫ​ນີ​ໃຫ້​ລັດຖະບານ​ບັນດາ​ເນື້ອ​ໃນ​ລະອຽດ​ກ່ຽວ​ກັບ​ການ​ປັບປຸງ​ລັດຖະທຳ​ມະນູນ 1992 ​ເພື່ອ​ຊຸກຍູ້​ການ​ປະຕິ​ຮູບ​ດ້ານບໍລິຫານ, ປະຕິ​ຮູບ​ຕຸລາການ, ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​​ໃຫ້​ສົມບູນ​ແບບ. ​ເປັນ​ເຈົ້າ​ການ​ເສນາ​ທິການ​ໃຫ້​ແກ່​ລັດຖະບານ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ປ່ຽນ​ແປງ​ໃຫມ່, ສ້າງ​ລະບອບ​ກົດໝາຍ​ໃຫ້​ສົມບູນ​ແບບ, ກ່ອນ​ອື່ນ​ໝົດ​ແມ່ນ​ລະບອບ​ເສດຖະກິດ​ການ​ຕະຫລາດ​ເພື່ອ​ສ້າງ​ພື້ນຖານ​ດ້ານ​ກົດໝາຍ​ໃຫ້​ໝັ້ນຄົງ ຊຸກຍູ້​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃຫມ່, ປ່ຽນ​ແປງ​ຮູບ​ແບບ​ການຈະ​ເລີ​ນ​ເຕີບ​ໂຕ.”

ຕອນ​ເຊົ້າ​ວັນ​ທີ 6/1 ຢູ່ ຮ່າ​ໂນ້ຍ, ກະຊວງ​ຍຸຕິ​ທຳ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ວຽກ​ງານ​ຕຸລາການ​ປີ 2012. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ຊວນ​ຟູກ ຮອງ​ນາຍົກລັດຖະມົນຕີ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ຂອງ​ຂະ​ແຫນງ​ຍຸຕິ​ທຳ​ໃນ​ປີຜ່ານມາ ພ້ອມ​ທັງ​ຍົກ​ອອກ​ຄຳ​ສະ​ເຫ​ນີຈຳນວນ​ຫນຶ່ງ​ຢ່າງ​ລະອຽດ​ທີ່​ມີ​ຕໍ່​ຂະ​ແຫນງ​ຍຸຕິ​ທຳ​ໃນ​ປີຜ່ານມາ ​ເພື່ອ​ສືບ​ຕໍ່​ປ່ຽນ​ໃຫມ່ ​ແລະ ຍົກ​ສູງ​ປະສິດທິ​ຜົນ, ຜົນ​ສັກສິດ​ການ​ບໍລິຫານ​ລັດ​ກ່ຽວ​ກັບ​ດ້ານ​ຕຸລາການ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສ​ະ​ເຫ​ນີວ່າ:

        “ຂ້າພະ​ເຈົ້າ​ສະ​ເຫ​ນີ​ໃຫ້​ຂະ​ແຫນງ​ຍຸຕິ​ທຳ ສະ​ເຫ​ນີ​ໂຄງການ​ດຳ​ເນີນ​ງານ​ຢ່າງ​ລະອຽດ​ກວ່າ ​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ແຜນ​ນະ​ໂຍບາຍ ຊຶ່ງ​ລັດຖະບານ​ໄດ້​ວາງ​ອອກ. ກ້າ​ກັ່ນສະ​ເຫ​ນີ​ໃຫ້​ລັດຖະບານ​ບັນດາ​ເນື້ອ​ໃນ​ລະອຽດ​ກ່ຽວ​ກັບ​ການ​ປັບປຸງ​ລັດຖະທຳ​ມະນູນ 1992 ​ເພື່ອ​ຊຸກຍູ້​ການ​ປະຕິ​ຮູບ​ດ້ານບໍລິຫານ, ປະຕິ​ຮູບ​ຕຸລາການ, ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​​ໃຫ້​ສົມບູນ​ແບບ. ​ເປັນ​ເຈົ້າ​ການ​ເສນາ​ທິການ​ໃຫ້​ແກ່​ລັດຖະບານ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ປ່ຽນ​ແປງ​ໃຫມ່, ສ້າງ​ລະບອບ​ກົດໝາຍ​ໃຫ້​ສົມບູນ​ແບບ, ກ່ອນ​ອື່ນ​ໝົດ​ແມ່ນ​ລະບອບ​ເສດຖະກິດ​ການ​ຕະຫລາດ​ເພື່ອ​ສ້າງ​ພື້ນຖານ​ດ້ານ​ກົດໝາຍ​ໃຫ້​ໝັ້ນຄົງ ຊຸກຍູ້​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃຫມ່, ຫັນປ່ຽນ​ແປງ​ຮູບ​ແບບ​ການຈະ​ເລີ​ນ​ເຕີບ​ໂຕ.”

ຕອບກັບ

ຂ່າວ/ບົດ​ອື່ນ