ທ່ານຫງວຽນຊວນຟຸກ ຮອງນາຍົກລັດຖະມົນຕີຫວຽດນາມ, ຫົວໜ້າຄະນະຊີ້ນຳເຂດໄຕບັກ |
(vovworld)- ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບວຽກງານຊົນເຜົ່າ, ນະໂຍບາຍຊົນເຜົ່າອາຍຸການ (2011-2015) ແລະ ຜັນຂະຫຍາຍໜ້າທີ່ວຽກງານໃນປີ 2016 ຊຶ່ງຈັດຂຶ້ນໃນວັນທີ 27/2 ຢູ່ແຂວງລາວກາຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ, ຫົວໜ້າຄະນະຊີ້ນຳເຂດໄຕບັກ ຢືນຢັນວ່າ ສາມັກຄີບັນດາເຜົ່າແມ່ນມີທີ່ຕັ້ງຍຸດທະສາດໃນພາລະກິດປະຕິວັດຂອງຫວຽດນາມ, ດັ່ງນັ້ນ, ບັນຫາສ້າງກົນໄກ, ນະໂຍບາຍໃຫ້ສົມບູນແບບ, ຮັບປະກັນບັນດາຊົນເຜົ່າມີຄວາມສະເໝີພາບ, ແກ້ໄຂຢ່າງກົມກ່ຽວສາຍພົວພັນລະຫວ່າງບັນດາເຜົ່າ, ຊ່ວຍກັນພັດທະນາເສດຖະກິດ-ສັງຄົມຢູ່ບັນດາເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເຂດພູດອຍ, ຂົນຂວາຍຖືກທິດເພື່ອພໍ່ແມ່ປະຊາຊົນສາມັກຄີກັນ, ນຳໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ.