ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຕ້ອນຮັບທ່ານ Kim Young Mok
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 12/07, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນທ້ຽນເຍີນ ໄດ້ໃຫ້ການຕ້ອນຮັບທ່ານ Kim Young Mok, ປະທານອົງການຮ່ວມມືສາກົນສ.ເກົາຫຼີ KOIKA ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອງຮັບ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ໄດ້ຕີລາຄາສູງໝາກຜົນຈາກບັນດາການຮ່ວມມືພັດທະນາຂອງສ.ເກົາຫຼີ ສຳລັບຫວຽດນາມ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນບັນດາການຮ່ວມມືດ້ານການສຶກສາ ແລະ ສາທາລະນະສຸກ. ບັນດາແຫຼ່ງທຶນຂອງ KOIKA ທີ່ສະຫງວນໃຫ້ແກ່ຫວຽດນາມ ໄດ້ປະກອບສ່ວນສ້າງບັນດາໂຮງຮຽນວິທະຍາໄລ, ເຕັກໂນໂລຊີຂໍ້ມູນຂ່າວສານ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາຢາກເປີດກວ້າງການຮ່ວມມື, ເມື່ອມີບັນດາວິສາຫະກິດສ.ເກົາຫຼີ ລົງທຶນເຂົ້າຫວຽດນາມ ອາດຈະນຳໃຊ້ແຮງງານຫວຽດນາມ ແລະ ຫວຽດນາມ ສາມາດສະໜອງກຳລັງແຮງງານທີ່ເໝາະສົມ, ບຳລຸງສ້າງບັນດາວິຊາຊີບເຊິ່ງບັນດາວິສາຫະກິດສ.ເກົາຫຼີ ຕ້ອງການນຳໃຊ້.